
|
ປະທານາທິບໍດີຣັດເຊຍ ພົບປະກັບທ່ານ ຫວາງຢີ້
ສຳນັກຂ່າວສານຊິນຮວາ ລາຍງານວັນທີ 20 ກັນຍາ ນີ້ວ່າ: ທ່ານ ວະລາດີ
ເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ
ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າ
ຫ້ອງວ່າການ ຄະນະກຳມະການວຽກງານການຕ່າງປະເທດ ສູນກາງພັກກອມ
ມູນິດຈີນ ພ້ອມດ້ວຍຄະນະ
(ກປທ) (ອ່ານຕໍ່............) |

|
ງານວາງສະແດງສິນຄ້າຈີນ-ອາຊຽນ ມີການເຊັນສັນຍາ
ຮ່ວມມືລົງທຶນ 470 ໂຄງການ
ສຳນັກຂ່າວຊິນຮວາ ລາຍງານວັນທີ 19 ກັນຍາ ນີ້ວ່າ: ງານວາງສະແດງສິນຄ້າ
ຈີນ-ອາຊຽນ, ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນ ຄັ້ງ
ທີ 20 ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ
ອັດລົງດ້ວຍຜົນສຳເລັດຕາມແຜນການ
(ກປທ) (ອ່ານຕໍ່............) |

|
ນາຍົກລັດຖະມົນຕີຈີນ ຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ
ຕາມຂ່າວສານຊິນຮວາ ລາຍງານວັນທີ 17 ກັນຍາ ນີ້ວ່າ: ເມື່ອວັນທີ 15 ກັນຍາ
ນີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຕ້ອນຮັບທ່ານ ຮຸນ ມາເນັດ ນາຍົກລັດ
ຖະມົນຕີກຳປູເຈຍ ທີ່ພວມຢ້ຽມຢາມຈີນຢ່າງເປັນທາງການ ຢູ່ຫໍສະພາປະຊາຊົນ
ແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ.
(ກປທ) (ອ່ານຕໍ່............) |

|
ການນຳກອງທັບຣັດເຊຍ ແລະ ສປປ ເກົາຫຼີ ປຶກສາຫາລື
ການຮ່ວມມືດ້ານການທະຫານ
ຕາມຂ່າວສານຊິນຮວາ ລາຍງານວັນທີ 17 ກັນຍາ ນີ້, ໂດຍອີງຕາມສຳນັກຂ່າວ
ສານສູນກາງ ສປປ ເກົາຫລີ (KCNA) ເປີດເຜີຍຂ່າວວ່າ: ທ່ານ ຄີມ ຈອງ ອຶນ ຜູ້
ນຳສູງສຸດຂອງ ສປປ ເກົາຫລີ ໄດ້ມີການພົບປະປຶກສາຫາລືກັບ ທ່ານ ເຊີເກ ຊອຍກູ
ລັດຖະມົນຕີກະຊວງປ້ອງກັນປະເທດ ຣັດເຊຍ
(ກປທ) (ອ່ານຕໍ່............) |

|
ເປີດເວທີປາໄສເສດຖະກິດຕາເວັນອອກຄັ້ງທີ 8 ທີ່ ສ ຣັດເຊຍ
ໜັງສືພິມກອງທັບຫວຽດນາມ ລາຍງານວັນທີ 10 ກັນຍາ, ໄດ້ເປີດເວທີປາ
ໄສເສດຖະກິດສາກົນຕາເວັນອອກ ຄັ້ງທີ 8 (EEF 2023) ໄດ້ໄຂຂຶ້ນຢູ່ມະ
ຫາວິທະຍາໄລລັດຖະບານກາງຕາເວັນອອກໄກ ເທິງເກາະຣັສກີ (Russky)
ຢູ່ນະຄອນວະລາດີໂວສຕັອບ Vladivostok, ສະຫະພັນຣັດເຊຍ. ເວທີປາ
ໄສຈະດຳເນີນໄປຮອດວັນທີ 13 ກັນຍາ
(ກປທ) (ອ່ານຕໍ່............) |

|
ສປ ຈີນ ຈັດງານມະຫະກຳ ການຄ້າ-ການລົງທຶນສາກົນ
ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 9 ກັນຍາ, ນະຄອນ ຊຽງເໝິນ
ແຂວງຝູຈຽນ ທາງພາກຕາເວັນອອກຂອງ ຈີນ ໄດ້ເປີດງານມະຫະກຳການ
ລົງທຶນ ແລະ ການຄ້ານານາຊາດ ຈີນ ຄັ້ງທີ 23 (CIFIT) ເປັນເວລາ 4 ວັນ
ເພື່ອຊຸກຍູ້ການລົງທຶນ ແລະ ການສົ່ງເສີມການຟື້ນຟູເສດຖະກິດໂລກ. ງານ
ມະຫາກຳດັ່ງກ່າວ
(ກປທ) (ອ່ານຕໍ່............) |

|
ສປ ຈີນ-ອົດສະຕຣາລີ ພ້ອມຟື້ນຟູການແລກປ່ຽນໃນຫຼາຍດ້ານ
ສຳນັກຂ່າວ ຊິນຮວາ ລາຍງານວັນທີ 7 ກັນຍາ ນີ້, ທ່ານ ລີ ສຽງ (Li Qiang),
ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານ ແອນໂທນີ ອັລບາເນຊີ
(Anthony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ, ເຊິ່ງສອງຝ່າຍ
ເຫັນພ້ອມຈະເຮັດວຽກຮ່ວມກັນໃນການຟື້ນຟູການແລກປ່ຽນໃນຫຼາຍດ້ານຂອງ
ສອງຝ່າຍ.
(ກປທ) (ອ່ານຕໍ່............) |

|
ຍີ່ປຸ່ນປະກາດຊ່ວຍເຫຼືອຜູ້ສົ່ງອອກອາຫານທະເລ
ສຳນັກຂ່າວ ເອພີ ລາຍງານເມື່ອບໍ່ດົນມານີ້, ທ່ານ ຟູມິໂອະ ກິຊິດະ, ນາຍົກ
ລັດຖະມົນຕີ ຍີ່ປຸ່ນ ປະກາດ ກອງທຶນສຸກເສີນຈຳນວນ 141 ລ້ານໂດລາສະຫະ
ລັດ ເພື່ອຊ່ວຍເຫຼືອຜູ້ສົ່ງອອກອາຫານທະເລ ທີ່ໄດ້ຮັບຜົນກະທົບຍ້ອນ ສປ ຈີນ
ໂຈະການນຳເຂົ້າອາຫານທະເລ ຈາກຍີ່ປຸ່ນ, ຫຼັງຈາກປ່ອຍນ້ຳປົນເປື້ອນກຳມັນ
ຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວ
(ກປທ) (ອ່ານຕໍ່............) |

|
ນູແວນເຊລັງ ອອກຂໍ້ບັງຄັບຈຳກັດການສູບຢາສູບໄຟຟ້າໃນກຸ່ມເຍົາວະຊົນ
ສຳນັກຂ່າວ ຊິນຮວາ ລາຍງານວັນທີ 21 ສິງຫາ, ທ່ານ ອາຢີຊາ ເວີຣຣັລ ລັດ
ຖະມົນຕີ ກະຊວງ ສາທາລະນະສຸກ ນູແວນເຊລັງ ເປີດເຜີຍວ່າ: ປະເທດຂອງຕົນ
ໄດ້ອອກຂໍ້ບັງຄັບກ່ຽວກັບການສູບ ຢາສູບໄຟຟ້າ ໃນກຸ່ມເຍົາວະຊົນສະບັບໃໝ່
ເພື່ອຈຳກັດການສູບຢາສູບໄຟຟ້າຂອງປະຊາຊົນໃນກຸ່ມນີ້, ເຊິ່ງຈະມີຜົນບັງຄັບໃຊ້
ໃນວັນທີ 21 ກັນຍາ ທີ່ຈະມາເຖິງນີ້.
(ກປທ) (ອ່ານຕໍ່............) |

|
ກຳປູເຈຍ ໄດ້ນາຍົກລັດຖະມົນຕີຄົນໃໝ່ຢ່າງເປັນທາງການ
ຕາມຂ່າວສານ ຊິນຮວາ ລາຍງານວັນທີ 22 ສິງຫາ ນີ້ວ່າ: ທ່ານ ຮຸນ ມາເນັດ,
ເກີດວັນທີ 20 ຕຸລາ 1977, ເປັນລູກຊາຍກົກຂອງ ຮຸນແຊນ ສົມເດັດ ເຕໂຊ ຮຸນ
ເຊນ. ທ່ານ ມາເນັດ ແມ່ນຄົນກຳປູເຈຍ ຜູ້ທຳອິດທີ່ຮຽນຈົບ ຈາກວິທະຍາຄານ
ການທະຫານ West Point ສ ອາເມຣິກາ, ຮຽນຈົບ ໃນລະດັບປະລິນຍາໂທ
ແລະ ປະລິນຍາເອກ ຂະແໜງເສດຖະກິດ ຢູ່ ອາເມຣິກາ ແລະ ອັງກິດ.
(ກປທ) (ອ່ານຕໍ່............) |

|
ປະທານາທິບໍດີ ສະຫະລັດອາເມຣິກາ
ປາຖະໜາຢາກພົບປະກັບປະທານປະເທດຈີນ
ສຳນັກຂ່າວຫວຽດນາມນິວລາຍງານ ວັນທີ 21 ສິງຫາ ນີ້, ທ່ານ ໂຈໃບເດັນ
ປະທານາທິບໍດີ ສະຫະລັດອາເມຣິກາ ເປີດເຜີຍວ່າ: ທ່ານປາຖະໜາ ຢາກພົບ
ປະກັບ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໃນປີ 2023, ໃນສະພາບການທີ່
ເກີດຄວາມຂັດແຍ້ງກັນຫຼາຍດ້ານລະຫວ່າງສອງປະເທດ
(ກປທ) (ອ່ານຕໍ່............) |

|
ສປ ຈີນ ປາບປາມອາຊະຍະກຳດ້ານອາຫານ ແລະຢາໄດ້ 6.000 ກວ່າຄະດີ
ສຳນັກຂ່າວຊິນຮວາລາຍງານເມື່ອບໍ່ດົນຜ່ານມາວ່າ: ກະຊວງປ້ອງກັນຄວາມ
ສະຫງົບ, ສາທາລະນະ ແລະ ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ໄດ້ພ້ອມກັນສົມທົບ
ກັບຫຼາຍພາກສ່ວນ ເພື່ອກວດກາ-ປາມປາມອາຊະຍະກຳກ່ຽວກັບອາຫານ ແລະ
ຢາໄດ້ກວ່າ 6.100 ຄະດີ, ນັບແຕ່ເດືອນ ເມສາ ປີນີ້ ເປັນຕົ້ນມາ. ໜ່ວຍງານ
ຄວາມປອດໄພສາທາລະນະ
(ກປທ) (ອ່ານຕໍ່............) |

|
ການລົງໂທດຂອງ ອາເມຣິກາ ເຮັດໃຫ້ເສດຖະກິດ ອັບການິດສະຖານ
ພົບຄວາມຫຍຸ້ງຍາກ
ວັນທີ 15 ສິງຫາ ນີ້, ລັດຖະບານຊົ່ວຄາວ ອັບການິດສະຖານ ໄດ້ຈັດພິທີສະ
ເຫຼີມສະຫຼອງການຄອງອຳນາດຄົບຮອບ 2 ປີ. ໂດຍປະຊາຊົນໄດ້ໃຫ້ສຳພາດຕໍ່
ນັກຂ່າວວ່າ: ເຖິງວ່າປັດຈຸບັນນີ້, ສະພາບຄວາມໝັ້ນຄົງຂອງທ້ອງຖິ່ນໄດ້ຮັບ
ການປັບປຸງໃຫ້ດີຂຶ້ນກໍຕາມ, ແຕ່ການລົງໂທດຂອງ ສະຫະລັດອາເມຣິກາ ໄດ້
ເຮັດໃຫ້ການຟື້ນຄືນຂອງເສດຖະກິດ
(ກປທ) (ອ່ານຕໍ່............) |

|
ຄວາມຈິງ ສ ອາເມຣິກາ ມີຫ້ອງທົດລອງ ພັດທະນາອາວຸດ
ຊີວະພາບແທ້ຢູ່ ອູແກຣນ
ວັນທີ 14 ສິງຫາ ນີ້, ທ່ານ ຕັກເກີ ຄາຊົນ ອະດີດໂຄສົກຊ່ອງຂ່າວໂທລະພາບ
FOX ນັກຂ່າວທີ່ມີຊື່ສຽງຂອງ ອາເມຣິກາ ໄດ້ເຜີຍແຜ່ລາຍການສຳພາດ ທ່ານ ໂຣ
ເບີດ ຟຣານຊິສ ເກັນນິດີ ຜູ້ເຂົ້າຮ່ວມການເລືອກຕັ້ງປະ ທານາທິບໍດີຂອງ ພັກປະຊາ
ທິປະໄຕ ອາເມຣິກາ ລົງໃນສື່ສັງຄົມອອນລາຍວ່າ: ສະຫະລັດອາເມຣິກາ
(ກປທ) (ອ່ານຕໍ່............) |

|
ລັດຖະມົນຕີປ້ອງກັນປະເທດຈີນ ເຂົ້າຮ່ວມ ກອງປະຊຸມ
ຄວາມໝັ້ນຄົງສາກົນ ຄັ້ງທີ 11
ທ່ານ ຫຼີຊ້າງຝູ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີ ກະຊວງປ້ອງກັນ
ປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ຄັ້ງທີ 11
ເຊິ່ງໄຂຂຶ້ນໃນ ວັນທີ 15 ສິງຫາ ນີ້, ຢູ່ນະຄອນຫຼວງ ມົດສະກູ ປະເທດ ຣັດເຊຍ.
(ກປທ) (ອ່ານຕໍ່............) |

|
ອາຟຣິກາໃຕ້ ພ້ອມແລ້ວເປັນເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມບຣິກສ
ສຳນັກຂ່າວ ຊິນຮວາ ລາຍງານເມື່ອບໍ່ດົນມານີ້ວ່າ: ທ່ານ ນາງ ມາເລດີປານດໍ ລັດ
ຖະມົນຕີການຮ່ວມມື ແລະ ຄວາມສຳພັນລະ ຫວ່າງປະເທດຂອງອາຟຣິກາໃຕ້ ເວົ້າ
ວ່າ: ອາຟຣິກາໃຕ້ ກຽມພ້ອມແລ້ວທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມ
BRICS ໃນວັນທີ 22-24 ສິງຫາ 2023
(ກປທ) (ອ່ານຕໍ່............) |

|
ການນຳຂັ້ນສູງ ສປປ ເກົາຫຼີ ຢ້ຽມຢາມໂຮງງານຜະລິດອາວຸດ
ສຳນັກຂ່າວ KCNA ສປປ ເກົາຫຼີ ໄດ້ລາຍງານໃນ ວັນທີ14 ສິງຫາ 2023 ນີ້ວ່າ:
ທ່ານ ຄິມຈອງອຶນ ຜູ້ນຳ ສປປ ເກົາຫຼີ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ລະດັບສູງ
ໄດ້ລົງຊຸກຍູ້ຕິດຕາມໂຮງງານຜະລິດອາວຸດ, ຍຸດໂທປະກອນ, ພາຫະນະ-ເຕັກນິກ
ທີທັນສະໄໝ ແລະ ໄດ້ເພີ່ມປະລິມານການຜະລິດໃຫ້ມີທັງປະລິມານ
(ກປທ) (ອ່ານຕໍ່............) |

|
ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ
ເຂົ້າຮ່ວມກອງປະຊຸມ MCIS-11
ໜັງສືພິມກອງທັບປະຊາຊົນ ຫວຽດນາມ ລາຍງານວັນທີ 13-14 ສິງຫາ 2023
ນີ້ວ່າ: ທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມ
ດ້ວຍຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເດີນທາງເຂົ້າ
ຮ່ວມກອງປະຊຸມຄວາມໝັ້ນຄົງສາກົນຢູ່ ມົດສະກູ ປະເທດ ຣັດເຊຍ ຄັ້ງທີ 11
(ກປທ) (ອ່ານຕໍ່............) |

|
ຜູ້ນຳຣັດເຊຍ ຢຶດໝັ້ນປະຕິບັດຕາມຫຼັກການບໍ່ອະນຸຍາດໃຫ້ກໍ່ສົງຄາມນິວເຄລຍ
ຕາມຂ່າວສານຊິນຮວາ ລາຍງານ ວັນທີ 13 ສິງຫາ ນີ້ ວ່າ: ຫວ່າງມໍ່ໆມານີ້, ກະ
ຊວງການຕ່າງປະເທດ ຣັດເຊຍ ໄດ້ເຜີຍແຜ່ແຈ້ງການຕໍ່ສື່ມວນຊົນ ວ່າດ້ວຍ “ເນື້ອ
ໃນທີ່ກ່ຽວຂ້ອງກັບຂໍ້ຕົກລົງທີ່ລູກສອນໄຟນິວເຄລຍ ທາງ ຍຸດທະສາດຂອງ ຣັດເຊຍ,
ອັງກິດ ແລະ ອາເມຣິກາ ຈະບໍ່ເລັງໃສ່ກັນ”. ແຈ້ງການລະບຸວ່າ: ພາຍໃຕ້ສະພາບການ
ທີ່ສະຖານະການຄວາມໝັ້ນຄົງສາກົນ
(ກປທ) (ອ່ານຕໍ່............) |

|
ສີລັງກາ ເລັ່ງຊຸກຍູ້ການຜະລິດ ກະສິກຳເພື່ອສົ່ງອອກ
ສຳນັກຂ່າວຊິນຮວາ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ທ່ານ ຣາເມຊ ປາຖີຣານາ ລັດຖະ
ມົນຕີ ກະຊວງອຸດສາຫະກຳ ການປູກຝັງ ສີລັງກາ ໄດ້ມີການວາງແຜນສ້າງລາຍໄດ້
ຈາກການຜະລິດກະສິກຳ-ການກະເສດ ແລະ ການສົ່ງອອກຜະລິດຕະພັນຢາງ 900
ລ້ານໂດລາ
(ກປທ) (ອ່ານຕໍ່............) |

|
ຣັດເຊຍ ຢັ້ງຢືນຄືນໃໝ່ຫຼັກໝັ້ນ ຂໍ້ຕົກລົງສົ່ງທັນຍາຫານຜ່ານທະເລດຳ
ສຳນັກຂ່າວ ຫວຽດນາມນິວລາຍງານ ວັນທີ 4 ສິງຫາ ນີ້ວ່າ: ວັນທີ 2 ສິງຫາ ຜ່ານ
ມາ, ຣັດເຊຍຢືນຢັນຄືນໃໝ່ຫຼັກໝັ້ນກ່ຽວກັບຂໍ້ຕົກລົງການຂົນສົ່ງທັນຍາຫານຜ່ານທະ
ເລດຳ, ໂດຍຣັດເຊຍ ໄດ້ກຽມພ້ອມກັບຄືນສູ່ຂໍ້ຕົກລົງທັນທີ ເມື່ອຂໍ້ສະເໜີທີ່ກ່ຽວຂ້ອງ
ເຖິງ ມົດສະກູ ໄດ້ຮັບການປະຕິບັດຢ່າງສະເໝີພາບ.
(ກປທ) (ອ່ານຕໍ່............) |

|
ບໍ່ມີຫຼັກຖານວ່າ ຣັດເຊຍ ມີສ່ວນຮ່ວມໃນການກໍ່ລັດຖະຫານຢູ່ ນີເຊ ອີຕາລີ
ຕາມຂ່າວ ອາທີ ນິວ ຣັດເຊຍ ລາຍງານວັນທີ 3 ສິງຫາ 2023 ນີ້, ທ່ານ ອັນໂຕ
ນິໂອ ທາຈານີ ລັດຖະມົນຕີການຕ່າງ ປະເທດອີຕາລີ ເປີດເຜີຍວ່າ: ອີຕາລີ ກຳລັງ
ກ້າວໄປສູ່ເສັ້ນທາງທີ່ດີໃນປະເທດອາຟຣິກາ. ທ່ານລັດຖະມົນຕີການຕ່າງ ປະເທດ
ອີຕາລີ ໄດ້ກ່າວຕໍ່ໜັງ ສືພິມ ລາຣີພຣັບບິກາ (La Repubblica)
(ກປທ) (ອ່ານຕໍ່............) |

|
ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອະດີດລັດຖະມົນຕີການຕ່າງປະເທດສະຫະລັດອາເມຣິກາ
ສຳນັກຂ່າວ ຊິນຮວາ ລາຍງານວັນທີ 21 ກໍລະກົດ 2023 ນີ້ວ່າ: ທ່ານ ສີຈິ້ນຜິງ ປະ ທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເຮັນຣີ ອັນ
ເຟຣດ ກິຊິງເກີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາຢູ່ຫ້ອງຮັບແຂກ ນະຄອນຫຼວງປັກກິ່ງ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ-ມາເລເຊຍ ຈະນຳຜົນປະໂຫຍດມາໃຫ້ ປະຊາຊົນສອງປະເທດ ແລະ ພາກພື້ນ ອາຊຽນ
ສຳນັກຂ່າວສານ ຫວຽດນາມ ລາຍງານໃນວັນທີ 20 ກໍລະກົດ 2023 ນີ້ ວ່າ: ທີ່ສຳ ນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາ ຍົກລັດຖະມົນຕີ ຫວຽດນາມ
ໄດ້ຕ້ອນຮັບ ທ່ານ ແຊມບຣີ ອັບດຸນ ການເດຍ (Zambry Abdul Kadir) ສະມາຊິກສະພາສູງ,
(ກປທ) (ອ່ານຕໍ່............) |

|
ອີຢູ-ຈີນ ເຫັນດີເພີ່ມທະວີ ການຮ່ວມມືແບບຫຼາຍຂົ້ວ
ຕາມຂ່າວສານຊິນຮວາລາຍງານວັນທີ 25 ມິຖຸນາ ນີ້ວ່າ: ເມື່ອວັນທີ 22 ມິຖຸນາ ຜ່ານ ມາ, ທ່ານ ຊາເລສ ມິເຊວ ປະທານສະພາເອີຣົບ ໄດ້ພົບປະກັບທ່ານ
ຫຼີຊຽງ ນາຍົກລັດຖະ ມົນຕີຈີນ ຢູ່ນອກກອງປະຊຸມສຸດຍອດ ກ່ຽວກັບສົນທິສັນຍາການເງິນທົ່ວໂລກສະບັບໃໝ່
(ກປທ) (ອ່ານຕໍ່............) |

|
ຫວຽດນາມ-ສ ເກົາຫຼີ ມຸ່ງໄປເຖິງວົງເງິນການຄ້າສອງຝ່າຍບັນລຸ 150 ຕື້ໂດລາ
ຕາມຂ່າວສານຊິນຮວາລາຍງານວັນທີ 25 ມິຖຸນາ ນີ້ວ່າ: ທ່ານ ຟ້າມມິງຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບ ທ່ານ ຢຸນ ຊຸກ ຢອນ ປະທານາ
ທິບໍດີ ສ ເກົາ ຫຼີ
(ກປທ) (ອ່ານຕໍ່............) |

|
ປະທານາທິບໍດີ ປາເເລັດສະຕິນ ຢ້ຽມຢາມຈີນ ທາງລັດຖະກິດ
ຕາມຂ່າວສານຊິນຮວາລາຍງານວັນທີ 14 ມິຖຸນາ ນີ້, ຢູ່ນະ ຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ພົບປະກັບທ່ານ ມາມຸດ ອັບ
ບາສ ປະທານາ ທິບໍດີປາເເລັດສະຕິນ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.
(ກປທ) (ອ່ານຕໍ່............) |

|
ຣັດເຊຍ-ກູບາ ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີ ການພົວພັນຮ່ວມມືແບບມິດຕະພາບ
ຕາມຂ່າວສານຊິນຮວາລາຍ ງານວັນທີ 14 ມິຖຸນາ ນີ້ ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ທ່ານ ມານູເອວ ມາຣີໂຣ ນາຍົກ ລັດຖະ
ມົນຕີ ກູບາໄດ້ ປະຕິຍານໃນວັນພຸດນີ້ວ່າ ຈະລົງເລິກການຮ່ວມມືສອງຝ່າຍ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ-ສະຫະລັດອາຣັບ ເອມີເຣດ ເລັ່ງຊຸກຍູ້ດ້ານເສດຖະກິດ-ການຄ້າ
ສຳນັກຂ່າວຫວຽດນາມນິວລາຍງາຍວັນທີ 7 ມິຖຸນາ ນີ້ວ່າ: ຢູ່ນະຄອນຫຼວງຮ່າໂນ້ຍ ຫວຽດ ນາມ ແລະ ສະຫະລັດ ອາຣັບ ເອມີເຣດ (UAE) ໄດ້ຈັດກອງປະ
ຊຸມປຶກສາຫາລື ກ່ຽວກັບທິດທາງຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດ
(ກປທ) (ອ່ານຕໍ່............) |

|
ສປຊ ຈັດກອງປະຊຸມໃຫຍ່ກ່ຽວກັບການຕັ້ງຖິ່ນຖານຂອງມະນຸດ ຄັ້ງທີ 2
ຕາມຂ່າວສານຊິນຮວາລາຍງານວັນທີ 6 ມິຖຸນາ ນີ້, ກອງປະຊຸມໃຫຍ່ການຕັ້ງຖິ່ນ ຖານຂອງມະນຸດອົງການສະຫະປະຊາຊາດ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນ
ຫຼວງໄນໂຣບີ ປະເທດເຄນຢາ,
(ກປທ) (ອ່ານຕໍ່............) |

|
ອາຊຽນ ຍູ້ແຮງການປະຕິບັດຄຳໝັ້ນສັນຍາຄວາມສະເໝີພາບຍິງ-ຊາຍ
ສຳນັກຂ່າວຫວຽດນາມນິວລາຍງາຍວັນທີ 26 ພຶດສະພາ 2023 ນີ້ວ່າ: ກອງປະຊຸມ ແບບທາງໄກລັດຖະມົນຕີ ອາຊຽນ ກ່ຽວກັບສະຫວັດດີການສັງຄົມ ແລະ
ການພັດທະ ນາຄັ້ງທີ 11 ດ້ວຍຫົວຂໍ້
(ກປທ) (ອ່ານຕໍ່............) |

|
ຍີ່ປຸ່ນ ບໍ່ມີແຜນການເຂົ້າຮ່ວມນາໂຕ
ສຳນັກຂ່າວຫວຽດນາມນິວລາຍງານວັນທີ 26 ພຶດສະພານີ້ວ່າ: ກ່າວຄຳເຫັນຕໍ່ສະພາ ແຫ່ງຊາດ ຍີ່ປຸ່ນ, ທ່ານ ຟູມິໂອ ກິດສະດາ ນາຍົກລັດຖະມົນຕີ ຢີ່ປຸ່ນໃຫ້
ຮູ້ວ່າ: ປະ ເທດນີ້ບໍ່ມີແຜນການເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO)
(ກປທ) (ອ່ານຕໍ່............) |

|
ທ່ານ ສີຈິ້ນຜີງ ພົບປະກັບປະທານາທິບໍດີ ກາຊັກສະຖານ
ຕາມຂ່າວສານຊິນຮວາລາຍງານວັນທີ 17 ພຶດສະພາ ນີ້ວ່າ: ທ່ານ ສີຈິ້ນຜິງ ປະທານປະ ເທດຈີນໄດ້ພົບປະກັບທ່ານ ກາຊິມ ໂຊມາດ ໂຕກາເອຟ ປະທານາທິບໍ
ດີກາຊັກສະຖານ ທີ່ເດີນທາງມານະຄອນຊີອານປະເທດຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊີ ກາງ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອແກ້ໄຂ ບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ
ສຳນັກຂ່າວຫວຽດນາມນິວ ລາຍງາຍວັນທີ 17 ພຶດສະພານີ້ວ່າ: ຫວຽດນາມ ຈະເຂົ້າ ຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະ
ນາແຖວໜ້າຂອງ ໂລກ (G7) ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 19-21 ພຶດສະພາ ຢູ່ ຮິໂຣຊິມາ ປະເທດ ຍີ່ປຸ່ນ,
(ກປທ) (ອ່ານຕໍ່............) |

|
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ມຸ່ງໄປເຖິງ “ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ”
ຕາມຂ່າວສານຊິນຮວາລາຍງານວັນທີ 11 ພຶດສະພາ ນີ້ວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຈັດຂຶ້ນຢູ່ ລາບົວ ບາໂຈ, ປະເທດອິນໂດເນເຊຍ,ເມື່ອວັນທີ
10 ພຶດສະພາ ນີ້. ໂດຍກອງປະ ຊຸມ ດັ່ງກ່າວໄດ້ມີ ການນຳບັນດາປະເທດ ໄດ້ສະແດງການສະໜັບສະໜູນ
(ກປທ) (ອ່ານຕໍ່............) |

|
ຈີນ ປົກປັກຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນໂດຍຜ່ານຊ່ອງທາງການຮ່ວມມືສາມຝ່າຍ
ຕາມຂ່າວສານຊິນຮວາລາຍງານວັນທີ 11 ພຶດສະພາ ນີ້ວ່າ: ທ່ານ ວ່າງເວີນປີ່ນ ໂຄສົກ ກະຊວງການຕ່າງປະເທດຈີນຖະແຫຼງວ່າ: ທ່ານ ຊິນກາງ ລັດ ຖະມົນຕີກະຊວງການ ຕ່າງປະເທດຈີນໄດ້ເຂົ້າຮ່ວມ
(ກປທ) (ອ່ານຕໍ່............) |

|
ຫວຽດນາມ ແລະ ກຳປູເຈຍ ລົງນາມຮ່ວມມືດ້ານການທ່ອງທ່ຽວ
ຕາມຂ່າວສານຊິນຮວາລາຍງານວັນທີ 7 ພຶດສະພາ ນີ້ວ່າ: ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ຈຳປູເຈຍ, ການຕ້ອນຮັບທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີ
ກະຊວງວັດທະນະ ທຳ-ກິລາ ແລະ ທ່ອງທ່ຽວ ຫວຽດນາມ,
(ກປທ) (ອ່ານຕໍ່............) |

|
ອິນໂດເນເຊຍ ປະກາດແຜນເຄື່ອນໄຫວກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42
ຕາມຂ່າວສານຊິນຮວາລາຍງານ ວັນທີ 7 ພຶດສະພາ ນີ້,ໂດຍອີງຕາມ ທ່ານນາງ ເຣດໂນ ມາຊູດີ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ກອງ
ປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 42
(ກປທ) (ອ່ານຕໍ່............) |

|
ອາຊຽນ ຊຸກຍູ້ບັນດາຄວາມພະຍາຍາມປ້ອງກັນ ແລະ ຕ້ານການຄ້າມະນຸດ
ຕາມຂ່າວສານຊິນຮວາລາຍງານວັນທີ 2 ພຶດສະພາ ນີ້ວ່າ: ການນຳອາຊຽນ ທຸກທ່ານ ລ້ວນແຕ່ສົນໃຈເຖິງບັນຫານີ້, ໃນສະພາບການບັນດາຄະດີຄ້າມະນຸດ ເກີດ
ຂຶ້ນນັບມື້ນັບ ຫຼາຍຢູ່ບັນດາປະເທດ ອາຊີຕາ ເວັນອອກສ່ຽງໃຕ້.
(ກປທ) (ອ່ານຕໍ່............) |

|
ລັດຖະມົນຕີການຕ່າງປະເທດຈີນ ພົບປະກັບຜູ້ຕາງໜ້າພິເສດສປຊ ທີ່ຮັບຜິດຊອບບັນຫາມຽນມາ
ຕາມຂ່າວສານຊິນຮວາລາຍງານວັນທີ 1 ພຶດສະພາ ນີ້ວ່າ: ຢູ່ນະຄອນຫຼວງປັກກິ່ງ ປະ ເທດຈີນ, ທ່ານ ສິນກ່າງ ທີ່ ປຶກສາແຫ່ງລັດ ທັງເປັນລັດຖະ ມົນຕີ
ກະຊວງການຕ່າງ ປະເທດຈີນ
(ກປທ) (ອ່ານຕໍ່............) |

|
ການປະທະກັນຢູ່ຊູດັງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 420 ຄົນ ແລະ ບາດເຈັບ 3700 ຄົນ
ວັນທີ 21 ເມສານີ້, ເຖິງວ່າກອງກຳລັງຊ່ວຍໜູນບຸກຕີໄວ ແລະ ກອງກຳລັງປະກອບອາ ວຸດຊູດັງໄດ້ປະ ກາດການຢຸດຍິງເປັນເວລາ 3 ວັນ ຜ່ານມາກໍຕາມ, ແຕ່
ການປະທະກັນ ດ້ວຍກຳລັງອາວຸດຢູ່ຊູດັງຍັງບໍ່ມີສັນຍານຈະຢຸດເຊົາເທື່ອ.
(ກປທ) (ອ່ານຕໍ່............) |

|
ອິນເດຍ ຈະມີປະຊາກອນຫຼາຍທີ່ສຸດ ໃນໂລກ ແຊງໜ້າຈີນໃນກາງປີນີ້
ຂໍ້ມູນຂອງອົງການສະຫະປະຊາຊາດ ລະບຸເມື່ອວັນທີ 20 ເມສາ ຜ່ານມາວ່າ: ປະເທດ ອິນເດຍ ຈະກາຍເປັນປະ ເທດທີ່ມີປະຊາກອນຫຼາຍທີ່ສຸດ ແຊງໜ້າປະ
ເທດຈີນພາຍ ໃນກາງປີ2023.
(ກປທ) (ອ່ານຕໍ່............) |

|
ຈີນ ຄົ້ນພົບຄຳຈຳນວນມະຫາສານ
ໃນເໝືອງແຮ່ຄຳແຂວງຊານຕົງ
ອີງຕາມລາຍງານຈາກ ແຫຼ່ງຂ່າວ China Media Group ສື່ໃຫຍ່ຂອງຈີນເປີດ ເຜີຍວ່າ:ຈີນໄດ້ຄົ້ນພົບຄຳປະລິມານມະຫາສານທີ່ເໝືອງແຮ່ຄຳ Xilaokou ເມືອງຫລູ່ ຊານ ແຂວງຊານຕົງ.
(ກປທ) (ອ່ານຕໍ່............) |

|
ຊຸກຍູ້ການຮ່ວມມືດ້ານການເງິນ ອາຊຽນ + 3
ຕາມຂ່າວສານ ຊິນຮວາ ລາຍງານວັນທີ 30 ມີນາ ນີ້ວ່າ:ກອງປະຊຸມປຶກສາຫາ ລືສະພາບການເສດຖະກິດມະຫາພາກໃນພາກພື້ນ ແລະ ຄວາມຄືບໜ້າ
ໃນການຜັນຂະ ຫຍາຍຂໍ້ລິເລີ່ມ ການຮ່ວມມືດ້ານການເງິນໃນພາກພື້ນອາຊຽນບວກ.
(ກປທ) (ອ່ານຕໍ່............) |

|
ຈີນ-ຟີລິບປິນ ຈັດກອງປະຊຸມກົນໄກ ປຶກສາ
ຫາລືບັນຫາທະເລຕາເວັນອອກ ຄັ້ງທີ 7
ຕາມຂ່າວສານ ຊິນຮວາ ລາຍງານວັນທີ 26 ມີນາ ນີ້ວ່າ: ທ່ານ ຊຸນເວີ້ຍຕົ່ງ ຮອງ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ກັບ ທ່ານ ນາງ ເຕຣຊາ ລາຊາໂຣ ຮອງລັດ ຖະມົນຕີກະຊວງການຕ່າງປະເທດຟິລິບປິນ.
(ກປທ) (ອ່ານຕໍ່............) |

|
ອາຊຽນ-ນູແອນເຊລັງ ໝັ້ນໝາຍເພີ່ມທະວີ
ການພົວພັນຄູ່ຮ່ວມມືຍຸດທະສາດ
ຕາມຂ່າວສານຊິນຮວາລາຍງານວັນທີ 26 ມີນາ ນີ້ວ່າ: ກອງປະຊຸມຄັ້ງທີ XI ຄະນະ ກຳມະການຮ່ວມມືຮ່ວມອາຊຽນ-ນູແວນເຊລັງທີ່ຈັດຂຶ້ນໃນວັນທີ
25 ມີນາ ທີ່ນະຄອນ ຫຼວງຈາກາຕາ ປະເທດອິນໂດເນເຊຍ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມື
ຮອບດ້ານເພື່ອຊຸກຍູ້ການເຊື່ອມຕໍ່ເສດຖະກິດ
ຕາມຂ່າວສານຊິນຮວາລາຍງານວັນທີ 21 ມີນາ ນີ້ວ່າ: ທ່ານບຸ່ຍແທັງເຊີນ ລັດຖະ ມົນຕີການຕ່າງ ປະເທດຫວຽດນາມ ແລະທ່ານ ປຣາກ ໂຊກອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີການຕ່າງປະເທດ.
(ກປທ) (ອ່ານຕໍ່............) |

|
ຣັດເຊຍ-ຈີນ ເພີ່ມທະວີ ການພົວພັນສອງຝ່າຍ
ຕາມຂ່າວສານຊິນຮວາລາຍງານວັນທີ 21 ມີນານີ້ວ່າ:ທ່ານ ສີຈີ້ນຜິງ ປະທານ ປະເທດຈີນ ໄດ້ເດີນທາງຮອດນະຄອນຫຼວງມົດສະກູ ເພື່ອທຳການຢ້ຽມຢາມ ຣັດເຊຍ ແຕ່ ວັນທີ20-23 ມີນາ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ ສະເຫຼີມສະຫຼອງ 70 ປີວັນສ້າງຕັ້ງ
ຂະແໜງຮູບເງົາປະຕິວັດ
ສຳນັກຂ່າວຫວຽດນາມນິວລາຍງານວັນທີ 17 ມີນານີ້ວ່າ: ຫວຽດນາມໄດ້ຈັດພິທີ ສະເຫຼີມສະຫຼອງ 70 ປີວັນປະທານໂຮ່ຈີມິນ ເຊັນລັດຖະບັນຍັດສ້າງຕັ້ງຂະແໜງຮູບ ເງົາປະຕິວັດຫວຽດນາມ (15-3-1953/15-3-2023).
(ກປທ) (ອ່ານຕໍ່............) |

|
ຟີຟາ ເພີ່ມທີມໃນຮອບສຸດທ້າຍ ຄັ້ງທຳອິດ ບານໂລກ 2026
ສສະຫະພັນບານເຕະນາໆຊາດ ຫຼື ຟີຟາ ໄດ້ອອກມາຢືນຢັນວ່າ: ການແຂ່ງຂັນເຕະ ບານຊາຍຊີງແຊັມໂລກ ຄັ້ງທີ 23 ຫຼື ບານໂລກ ປີ 2026 ທີ່ສະຫະລັດອາເມຣິກາ, ກາ ນາດາ ແລະ ແມັກຊິກຮ່ວມກັນເປັນເຈົ້າພາບ.
(ກປທ) (ອ່ານຕໍ່............) |

|
ຄວາມເຄັ່ງຕຶງລະຫວ່າງປາແລັດສະຕິນ-ອິດສະ
ຣາແອນ ຍັງສືບຕໍ່ນັບມື້ນັບຮຸນແຮງ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ, ໂດຍອີງຕາມກະຊວງສາທາລະນະສຸກ ປາແລັດສະຕິນ ໄດ້ອອກຖະແຫຼງການໃນວັນທີ 12 ມີນານີ້ ວ່າ: ກອງທັບອິດສະ
ຣາແອນ ໄດ້ສັງຫານ ຊາວປາແລັດສະຕິນ 3 ຄົນຢູ່ເມືອງ ນາບຣັສ.
(ກປທ) (ອ່ານຕໍ່............) |

|
ຈີນປັບປຸງນະໂຍບາຍໃນການອອກວີຊາ ແລະ ເຂົ້າເມືອງສຳລັບຄົນຕ່າງປະເທດ
ສຳນັກຂ່າວ ຊິນຮວາ ໃຫ້ຮູ້ວ່າ: ເພື່ອຈັດສັນວຽກງານປ້ອງກັນ ແລະ ຄວບຄຸມການ ແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄປພ້ອມກັນກັບຄວາມຕ້ອງ
ການໃນການພັດ ທະນາເສດຖະກິດ-ສັງຄົມ, ອຳນວຍຄວາມສະດວກໃຫ້ແກ່ຄົນຈີນ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ-ຍີ່ປຸ່ນ ເຊື່ອມຕໍ່ຍຸດທະສາດເພື່ອພັດທະນາເສດຖະກິດ
ຕາມຂ່າວສານ ຊີນຮວາ ລາຍງານວັນທີ 8 ມີນານີ້ວ່າ: ທ່ານ ເວືອງດີງເຫວະ ປະ ທານ ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າສະ ຫະ ພັນອົງ ການເສດຖະກິດ ຍີ່ປຸ່ນ (Keidanren) ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
(ກປທ) (ອ່ານຕໍ່............) |

|
ກອງປະຊຸມປະຈຳປີສະພາປະຊາຊົນແຫ່ງຊາດຈີນ
ຕາມຂ່າວສານ ຊິນຮວາ ລາຍງານວັນທີ 6 ມີນາ ນີ້ວ່າ: ເມື່ອວັນທີ 5 ມີນາທີ່ຜ່ານມາ ນີ້, ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ ທີ່ ເປັນອົງການອຳ ນາດລັດສູງສຸດຂອງຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.
(ກປທ) (ອ່ານຕໍ່............) |

|
ຈີນ ຊຸກຍູ້ການພັດທະນາສ້າງປະເທດສັງຄົມນິຍົມທັນສະໄໝຮອບດ້ານ
ສຳນັກຂ່າວຊິນຮວາລາຍງານວັນທີ 7 ມີນານີ້ວ່າ: ຈີນຈັດກອງປະຊຸມຖະແຫຼງຂ່າວ ເປີດເຜີຍກ່ຽວກັບການອອກແຮງຊຸກຍູ້ການພັດທະນາ ເພື່ອກ້າວໄປສູ່ການສ້າງປະເທດ ສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.
(ກປທ) (ອ່ານຕໍ່............) |

|
ຣັດເຊຍຈະຟື້ນຟູການຜະລິດນ້ຳມັນເຊື້ອໄຟ ໃຫ້ສູ່ລະດັບປົກກະຕິ
ສຳນັກຂ່າວຟອກສນິວ ລາຍງານໃນວັນທີ 7 ມີນານີ້ວ່າ: ທະນາຄານ ເຈ ພີ ມໍແກນ (J.P.Morgan) ທີ່ເປັນສະຖາບັນບໍລິການດ້ານການເງິນຂອງອາເມຣິກາ ໄດ້ເຜີຍແຜ່ ບົດລາຍງານການປະເມີນໃນຫວ່າງບໍ່ດົນມານີ້
(ກປທ) (ອ່ານຕໍ່............) |

|
ຫວຽດນາມ ສ້າງເວທີເຊື່ອມຕໍ່ ການຮ່ວມມື ອາຊຽນ-ມາຣົກ
ຕາມຂ່າວສານຊິນຮວາລາຍງານວັນທີ 1 ມີນາ ນີ້,ໂດຍອີງຕາມ ທ່ານນາງ ດັ້ງຖິທູ ຫ່າ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ມາຣົກ ຢືນຢັນວ່າ: ຄະ
ນະກຳມະການ ອາຊຽນ ປະຈຳ ມາຣົກ ຈະສືບຕໍ່ ແລະ ເປັນຂົວເຊື່ອມຕໍ່ປະກອບສ່ວນ ນຳເອົາການພົວ ພັນຮ່ວມມືໃນບັນດາຂົງເຂດ.
(ກປທ) (ອ່ານຕໍ່............) |

|
ຈີນຈັດກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະກຳມະການ
ສູນກາງພັກຄອມມູນິດຈີນສະໄໝທີ 20
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນ ກາງພັກກອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງ
ປັກກິ່ງ ໃນຕອນບ່າຍ ວັນທີ 26 ກຸມພານີ້. ໃນກອງປະຊຸມດັ່ງກ່າວ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະ ກຳມະການສູນກາງພັກກອມມູນິດຈີນ.
(ກປທ) (ອ່ານຕໍ່............) |

|
ຈີນ ເປີດເວທີຊື້-ຂາຍຂໍ້ມູນດ້ານອຸດສາຫະກຳ ແຫ່ງທຳອິດຢ່າງເປັນທາງການ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 25 ກຸມພາ 2023 ນີ້, ເວທີຊື້ຂາຍຂໍ້ມູນອຸດ ສາຫະກຳຂອງຕະຫຼາດຊື້ຂາຍຂໍ້ມູນໃຫຍ່ສາກົນປັກກິ່ງ ທີ່ເປັນເວທີຊື້ຂາຍຂໍ້ມູນອຸດ ສາຫະກຳແຫ່ງທຳອິດຂອງຈີນໄດ້ເປີດບໍລິການຢ່າງເປັນທາງການ.
(ກປທ) (ອ່ານຕໍ່............) |

|
ສ ເກົາຫຼີ ກຳລັງປະເຊີນກັບບັນຫາອັດຕາການເກີດຫຼຸດລົງ
ສຳນັກຂ່າວຊິນຮວາໃຫ້ຮູ້ໂດຍອີງຕາມການລາຍງານຂອງສຳນັກງານສະຖິຕິ ສ ເກົາຫຼີ ເຜີຍແຜ່ໃນວັນທີ 22 ກຸມພານີ້, ອັດຕາການເກີດຢູ່ ສ.ເກົາຫຼີ ໃນປີ
2022 ຫຼຸດລົງ 4,4% ເມື່ອທຽບໃສ່ປີກາຍນີ້, ເຊິ່ງເປັນລະດັບຕ່ຳສຸດ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ-ຣັດເຊຍ ເພີ່ມທະວີການຮ່ວມມືວຽກງານດ້ານເສດຖະກິດການຄ້າ
ວິທະຍຸກະຈ່າຍສຽງແຫ່ງຊາດຫວຽດນາມລາຍງານໃນວັນທີ 20 ກຸມພານີ້ວ່າ: ໃນ ວາລະຂອງການຕ້ອນຮັບ ທ່ານ ອັນເດ ຢາສະກີນ, ຮອງປະທານສະພາສູງຣັດເຊຍ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
(ກປທ) (ອ່ານຕໍ່............) |

|
ປິດກອງປະຊຸມຄວາມໝັ້ນຄົງ Munich
ຕາມຂ່າວສານຊິນຮວາ ລາຍງານໃຫ້ຮູ້ໃນວັນທີ 20 ກຸມພານີ້ວ່າ: ເມື່ອວັນທີ 19 ກຸມພາທີ່ຜ່ານມາ, ກອງປະຊຸມຄວາມໝັ້ນຄົງມູນິກ ເຊິ່ງເປັນ ກອງປະຊຸມກ່ຽວກັບ ຄວາມໝັ້ນຄົງປະຈຳປີທີ່ໃຫຍ່ຂອງໂລກຖືກຈັດຂຶ້ນຢູ່ນະຄອນມູນິກທາງພາກໃຕ້ຂອງ ປະເທດເຢຍລະມັນ.
(ກປທ) (ອ່ານຕໍ່............) |

|
ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງເວທີປຶກສາຫາລືການ
ຮ່ວມມືດ້ານອຸດສາຫະກຳ ແລະ ການລົງທຶນ
ໃນວັນທີ 16 ກຸມພາທີ່ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານ ຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານອຸດສາຫະກຳ ແລະ ການ ລົງທຶນ “ຈີນ + 5 ປະ ເທດອາຊີກາງ”.
(ກປທ) (ອ່ານຕໍ່............) |

|
ໄທມີແຜນຈະດຳເນີນການເຈລະຈາການຄ້າເສລີກັບສະຫະພາບເອີຣົບ
ສຳນັກຂ່າວຊິນຮວາ ແຈ້ງໃຫ້ຮູ້ໂດຍອິງຕາມລາຍງານຈາກເວັບໄຊທ໌ແຫຼ່ງຂ່າວໜຶ່ງ ຂອງລັດຖະບານໄທໃຫ້ຮູ້ເມື່ອບໍດົນນີ້ວ່າ, ລັດຖະບານໄທໄດ້ອະນຸມັດຂໍ້ສະເໜີຂອງກະ ຊວງການຄ້າໄທ, ທີ່ມີເນື້ອໃນຂໍ້ສະເໜີກ່ຽວກັບການຟື້ນຟູ.
(ກປທ) (ອ່ານຕໍ່............) |

|
ແຟັງລັງ ແລະ ຊູແອດ ອາດຈະໄດ້ເຂົ້າເປັນສະມາຊິກນາໂຕ ກ່ອນເດືອນກໍລະກົດ
ສຳນັກຂ່າວຊິນຮວາລາຍງານໃນວັນທີ 13 ກຸມພານີ້ໂດຍໃຫ້ຮູ້ວ່າ: ຜູ້ນຳຂອງແຟັງ ລັງ ແລະ ຊູແອດ ໄດ້ຖະແຫຼງການຮ່ວມ ເຊິ່ງມີເນື້ອໃນບາງຕອນລະບຸ
ໄວ້ວ່າ ສອງປະ ເທດຈະໄດ້ຮັບການຮັບຮອງເຂົ້າເປັນສະມາຊິກ ນາໂຕ
(ກປທ) (ອ່ານຕໍ່............) |

|
ຈີນຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່
ຜູ້ແທນທົ່ວປະເທດ ຄັ້ງທີ 20 ຢ່າງຮອບດ້ານ ີ
ສຳນັກຂ່າວຊິນຮວາລາຍງານໃນວັນທີ 12 ກຸມພານີ້ວ່າ: ກອງປະຊຸມເວທີປຶກສາຫາ ລືສັງລວມກ່ຽວກັບການປະຢັດພະລັງງານ ແລະ ອະນຸລັກສິ່ງແວດ
ລ້ອມ
ຈີນ-ຍີ່ປຸ່ນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.
(ກປທ) (ອ່ານຕໍ່............) |

|
ແຜ່ນດິນໄຫວທີ່ຕູຣະເກຍ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 5.434 ຄົນ
ສຳນັກຂ່າວຊິນຮວາລາຍງານ ໂດຍອ້າງລາຍງານຈາກອົງການຄຸ້ມຄອງໄພພິບັດ ແລະ ເຫດສຸກເສີນຂອງຕູຣະເກຍ ໃນວັນທີ 8 ກຸມພານີ້ວ່າ: ເຫດແຜ່ນດິນໄຫວຮ້າຍ ແຮງທີ່ໄດ້ເກີດຂຶ້ນຢູ່ພາກໃຕ້ໃກ້ກັບຊາຍແດນຊີຣີ ໃນວັນທີ 6 ກຸມພາ ທີ່ຜ່ານມາ,
(ກປທ) (ອ່ານຕໍ່............) |

|
ຈີນຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ກັບວິກິດການ ອູແກຣນ
ເຈລະຈາກັນດ້ວຍສັນຕິວິທີ
ຕາມຂ່າວສານຊິນຮວາລາຍງານໃຫ້ຮູ້, ທ່ານໄຕ້ປີ່ງ, ຮອງຜູ້ຕາງໜ້າຖາວອນຂອງ ຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນໄດ້ຮຽກຮ້ອງອີກຄັ້ງໜຶ່ງໃຫ້ຝ່າຍຕ່າງໆ ທີ່ກ່ຽວຂ້ອງກັບວິກິດການອູແກຣນພິຈາລະນາເພື່ອປະຊາຊົນຢ່າງແທ້ຈິງ,
(ກປທ) (ອ່ານຕໍ່............) |

|
ຣັດເຊຍວາງມາດຕະການເພື່ອຕ້ານການຈຳກັດ ລາຄານ້ຳມັນເຊື້ອໄຟຂອງປະເທດຕາເວັນຕົກ
ສຳນັກຂ່າວຕາດ ລາຍງານໃນວັນທີ 1 ກຸມພານີ້ວ່າ: ເວັບໄຊຂໍ້ມູນດ້ານກົດໝາຍ ຂອງຣັດເຊຍໄດ້ເປີດເຜີຍເອ ກະສານກົດໝາຍສະບັບໜຶ່ງ ເຊິ່ງມີເນື້ອໃນ ເພື່ອປະຕິບັດ
ດຳລັດຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍທີ່ລົງນາມໃນເມື່ອ ກ່ອນ,
(ກປທ) (ອ່ານຕໍ່............) |

|
ຫວຽດນາມ-ໄທ ຈະສືບຕໍ່ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ
ສຳນັກຂ່າວ ໄທຣັດ ໄດ້ນຳສະເໜີ ບົດວິເຄາະ ໃນພາກພຶ້ນອາຊຽນ ເມື່ອບໍ່ດົນ ມານີ້ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ໄທ ຂອງທ່ານອະດີດປະທານປະເທດ
ຫວຽດນາມ ຫງວຽນຊວນຟຸກ ໃນທ້າຍປີ 2022,
(ກປທ) (ອ່ານຕໍ່............) |

|
ອົງການອະນາໄມໂລກສະແດງຄວາມເປັນຫ່ວງ ດ້ານສາທາລະນະສຸກຂອງໂລກ
ສໍານັກຂ່າວຊິນຮວາໃຫ້ຮູ້ ເມື່ອວັນທີ 30 ມັງກອນນີ້ວ່າ: ອົງ ການອະນາໄມໂລກ ໄດ້ອອກຖະ ແຫຼງ ການເຖິງວ່າພະຍາດລະ ບາດຮອບໃໝ່ອາດຈະກ້າວເຂົ້າສູ່ຈຸດຫັນ
ປ່ຽນກໍ່ຕາມ, ແຕ່ມັນຍັງຖືເປັນ "ພາວະສຸກເສີນດ້ານສາທາລະນະສຸກທີ່ສາກົນເປັນ ຫ່ວງ".
(ກປທ) (ອ່ານຕໍ່............) |

|
ສປຊ ຮຽກຮ້ອງໃຫ້ສ້າງຕັ້ງ ກອງປ້ອງກັນສຳລັບສື່ອອນລາຍ
ສຳນັກຂ່າວຊິນຮວາໃຫ້ຮູ້ ວ່າ: ທ່ານ ອັນໂຕນີໂອ ກູເຕີແຣັສ ປະທານອົງການສະຫະ ປະຊາຊາດໄດ້ກ່າວຄຳປາໄສເມື່ອບໍ່ດົນນີ້, ໂດຍທ່ານໄດ້ຮຽກຮ້ອງໃຫ້
ໂລກສ້າງຕັ້ງ "ກອງປ້ອງກັນ" ສື່ອອນລາຍ ເພື່ອປ້ອງກັນການແຜ່ລາມບັນດາອຸ ດົມການ ແລະ ຂໍ້ມູນ ທີ່ບໍ່ຖືກຕ້ອງ.
(ກປທ) (ອ່ານຕໍ່............) |

|
ການຊ່ວຍເຫຼືອດ້ານອາວຸດໜັກໃຫ້ອູແກຣນ ມີຄວາມສ່ຽງ ຕໍ່ການສູ້ຮົບດຸເດືອດຂຶ້ນກວ່າເກົ່າ
ສຳນັກຂ່າວຊິນຮວາລາຍງານ ໂດຍອີງຕາມປະທານສະພາດູມາແຫ່ງຊາດຣັດເຊຍ ໃຫ້ຮູ້ວ່າ: ການຊ່ວຍເຫຼືອດ້ານການທະຫານຂອງກຸ່ມນາໂຕ ແລະ ອາເມ
ຣິກາ ເປັນ ການບັງຄັບໃຫ້ຣັດເຊຍຕ້ອງຮັບມືດ້ວຍການນຳໃຊ້ອາວຸດໜັກກວ່າເກົ່າ ແລະ ຍັງອາດຈະຕ້ອງເພີ່ມອາວຸດໜັກໄປເລື້ອຍໆ ຖ້າຫາກຮັບມືບໍ່ໄດ້.
(ກປທ) (ອ່ານຕໍ່............) |

|
ແຂວງເຮຫຼົງຈ່ຽງຂອງຈີນ ກຳລັງປະເຊີນກັບອາກາດທີ່ໜາວເຖິງ -53 ອົງສາ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ຕາມການລາຍງານຂອງສະຖານີອຸຕຸນິຍົມຢູ່ເຂດອາ ມູເອີ ເມືອງມົວເຫີ ແຂວງເຮຫຼົງຈ່ຽງ ຂອງຈີນ ໄດ້ວັດແທກພົບອຸນຫະ
ພູມອາກາດ ຕ່ຳສຸດ ຄື -53 ອົງ ສາ, ເຊິ່ງຕ່ຳກວ່າອຸນຫະພູມຕ່ຳສຸດໃນປີ 1969 ຄື -52,3 ອົງສາຢ ູ່ເມືອງດັ່ງກ່າວ,
(ກປທ) (ອ່ານຕໍ່............) |

|
ຈີນ-ສ ເຊັກ ເພີ່ມທະວີສາຍພົວພັນ ຍຸດທະສາດຮອບດ້ານ
ສຳນັກຂ່າວຊິນຮວາໃຫ້ຮູ້ ວ່າ: ວັນທີ 9 ມັງກອນນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ມີການພົບປະທາງວິດີໂອກັບທ່ານ ເຊແມນ ປະທານາທິບໍດີສ.ເຊັກ ເພື່ອ
ແລກປ່ຽນ ຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງສອງປະເທດ
(ກປທ) (ອ່ານຕໍ່............) |

|
ສະພາຄວາມໝັ້ນຄົງ ສປຊ ຮັບຮອງມະຕິສະບັບທີ 2672 ເພື່ອມະນຸດສະທຳຢູ່ຊີຣີ
ສຳນັກຂ່າວຊິຮວາໃຫ້ຮູ້ວ່າ: ວັນທີ 9 ມັງກອນນີ້, ສະພາຄວາມໝັ້ນຄົງສະຫະປະ ຊາ ຊາດໄດ້ຮັບຮອງມະຕິສະບັບທີ 2672 ຢ່າງເປັນເອກະພາບ, ເຊິ່ງໄດ້
ຕໍ່ອາຍຸການອະນຸມັດ ການຊ່ວຍເຫຼືອດ້ານມະນຸດສະທຳຂ້າມຊາຍແດນຢູ່ຊີຣີອີກ 6 ເດືອນ,
(ກປທ) (ອ່ານຕໍ່............) |

|
ປະທານປະເທດ ຫວຽດນາມ ຢ້ຽມຢາມ ຄອບຄົວຂອງອະດີດປະທານປະເທດ
ສຳນັກຂ່າວຫວຽດນາມນິວລາຍງານວັນທີ 3 ທັນວານີ້ວ່າ: ເນື່ອງ ໃນໂອກາດທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບປະຊາຊົນ ຫວຽດນາມ ຕ້ອນຮັບປີໃໝ່ສາກົນ
2023 ແລະ ກະກຽມຕ້ອນຮັບ ບຸນປີໃໝ່ປະຈຳຊາດຂອງຫວຽດ ນາມ,
(ກປທ) (ອ່ານຕໍ່............) |

|
ສານມຽນມາຕັດສິນເພີ່ມຄະດີຈຳຄຸກ ໃຫ້ແກ່ອະດີດການນຳ
ສຳນັກຂ່າວຊິນຮວາໃຫ້ຮູ້ເມື່ອວັນທີ 2 ມັງກອນນີ້ວ່າ: ທະນາຍຄວາມອົງການໄອຍະການ ສານປະຊາຊົນ ຂອງລັດຖະບານມຽນມາ ໄດ້ປະກາດຄະດີສໍ້ລາດບັງຫຼວງ 5
ຄະດີກ່ຽວກັບອະດີດທີ່ປຶກສາແຫ່ງ ລັດມຽນ ມາທ່ານນາງ ອອງຊານຊູຈີ ແລະ ທ່ານ ເວິນ ມິນ ອະດີດປະທານາທິບໍດີມຽນມາ,
(ກປທ) (ອ່ານຕໍ່............) |

|
ເກີດເຫດລະເບີດເທິງເຮືອໃນປະເທດມຽນມາ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 18 ທັນວາ 2022, ເຈົ້າໜ້າທີ່ມອດໄຟເມືອງກຽວໂຕດາ ນະຄອນຢາງກຸ້ງ ຂອງມຽນມາລາຍງານໃຫ້ຮູ້ວ່າ:
ເວລາ
ປະມານ 19:00 ໂມງ ຂອງວັນທີ 18 ທັນວານີ້, ໄດ້ເກີດເຫດລະເບີດຢູ່ເທິງເຮືອຂ້າມຟາກລະຫວ່າງນະຄອນຢາງກຸ້ງໄປຍັງເມືອງດາລາ,
ເຮັດໃຫ້ມີຜູ້ເສຍຊີ
ວິດ 17 ຄົນ ແລະ ປະຊາຊົນໄດ້ຮັບບາດເຈັບອີກຫຼາຍຄົນ.
(ກປທ) (ອ່ານຕໍ່............) |

|
ຄວາມຂັດແຍ້ງລະຫວ່າງ ຣັດເຊຍ-ອູແກຣນ
ຍັງຈະສືບຕໍ່ຮ້າຍແຮງຂຶ້ນຖ້າມີປະເທດອື່ນເຂົ້າມາຊ່ວຍທາງທະຫານ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ນັບແຕ່ຣັດເຊຍໄດ້ດຳເນີນການເຄື່ອນໄຫວທາງການທະຫານພິເສດຕໍ່ອູແກຣນໃນວັນທີ 24 ກຸມພາປີນີ້,
ຄວາມຂັດແຍ້ງ
ລະຫວ່າງຣັດເຊຍກັບອູແກຣນມີແຕ່ນັບມື້ເພີ່ມທະວີຂຶ້ນ. ເຖິງວ່າຣັດເຊຍໄດ້ພະຍາຍາມດຳເນີນການເຈລະຈາມາແລ້ວຫຼາຍຄັ້ງ,
ບວກໃສ່ຂໍ້ຕົກລົງກ່ຽວກັບ
ການສົ່ງອອກຜະລິດຕະພັນກະເສດຢູ່ບັນດາທ່າກຳປັ່ນທະເລດຳ
(ກປທ) (ອ່ານຕໍ່............) |

|
ການຮ່ວມມືສາກົນເຮັດໃຫ້ເສດຖະກິດ ດີຈີຕອນຂະຫຍາຍຕົວ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ, ໃນກອງປະຊຸມຂອງກຸ່ມເສດຖະກິດ 20 ປະເທດ ຫຼື G20, ຜູ້ນຳກຸ່ມປະເທດດັ່ງກ່າວໄດ້ມີຄວາມເຫັນວ່າ,
ການພັດທະນາໂລກແມ່ນ ປາສະຈາກເສດຖະກິດດີຈີຕອນບໍ່ໄດ້ ແລະ ເສດຖະກິດດີຈີຕອນກໍປາສະຈາກການ ຮ່ວມມືສາກົນບໍ່ໄດ້ເຊັ່ນດຽວກັນ.
ໃນເວລາທີ່ຈີນເປັນເຈົ້າພາບຈັດກອງປະຊຸມສຸດ ຍອດກຸ່ມ G20 ຢູ່ນະຄອນຫາງໂຈ່ວ ໃນປີ 2016,
(ກປທ) (ອ່ານຕໍ່............) |

|
ອິນເດຍ ສຳເລັດການທົດລອງລູກສອນໄຟ Agni-V
ສຳນັກຂ່າວເຈມລາຍງານ ໃນວັນທີ 17 ທັນວານີ້ວ່າ: ກອງບັນຊາການກຳລັງຍຸດທະສາດ ອິນເດຍ (SFC) ໄດ້ດຳເນີນການທົດລອງລູກສອນໄຟ
Agni-V ໄລຍະກາງ (IRBM) ຈາກເກາະອັບດູກາລຳແຄມຝັ່ງທະເລຕາເວັນອອກສ່ຽງເໜືອຂອງໂອດິດຊາ.
(ກປທ) (ອ່ານຕໍ່............) |

|
ເປີດພິທີການແຂ່ງຂັນຍິງປືນທະຫານບົກ ບັນດາປະເທດອາຊຽນ ຄັ້ງທີ 30
ສຳນັກຂ່າວສານ ຫວຽດນາມ ລາຍງານໃນວັນທີ 7 ພະຈິກໃຫ້ຮູ້ວ່າ: ວັນທີ 6 ພະຈິກ ທີ່ຜ່ານມາ ຢູ່ສູນເຝິກແອບ ທະຫານແຫ່ງຊາດ ຫວຽດນາມ ເລກ
4, ກະຊວງ ປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີເປີດງານແຂ່ງ ຂັນຍິງປືນທະຫານບົກ ຂອງບັນດາປະເທດອາຊຽນ ຄັ້ງທີ 30 (AARM-30)ຂຶ້ນຢ່າງເປັນ
ທາງການ.
(ກປທ) (ອ່ານຕໍ່............) |

|
ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ສໍານັກຂ່າວສານຫວຽດນາມ ລາຍງານໃຫ້ຮູ້ວ່າ: ຫວຽດນາມ ແລະ ສິງກະໂປຢັ້ງຢືນ ຄືນໃໝ່
ບັນດາ ການພົວພັນມິດຕະພາບດ້ານປ້ອງກັນຊາດລະຫວ່າງ
ສອງຝ່າຍ, ພ້ອມ ທັງໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກ ຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແໜ້ນແຟ້ນຂຶ້ນ ກວ່າເກົາ.
(ກປທ) (ອ່ານຕໍ່............) |

|
ທ່ານນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບປະທານກຸ່ມບໍລິສັດອາດີດັສ
ສໍານັກຂ່າວຫວຽດນາມນິວ ລາຍງານໃນວັນທີ 2 ພະຈິກ ໃຫ້ຮູ້ ວ່າ: ຕອນບ່າຍ ວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ
ນາຍົກລັດຖະມົນຕີ
ຫວຽດນາມ ໄດ້ ໃຫ້ການຕ້ອນຮັບ ທ່ານ ກາດສເປີ ໂຣດສະເຕດ ປະທານກຸ່ມບໍລິສັດອາດີດັສ (ເຢຍ ລະມັນ)
(ກປທ) (ອ່ານຕໍ່............) |

|
ຫວຽດນາມ ແລະ ສະຫະລັດອາເມຣິກາ ຮ່ວມມືແກ້ໄຂຜົນຮ້າຍຈາກສົງຄາມຜ່ານມາ
ຕອນບ່າຍວັນທີ 30 ຕຸລາຜ່ານມາ, ທີ່ຮ່າໂນ້ຍ, ທ່ານ ຕິມ ລິກເຊີ ທີ່ປຶກສາອາວຸໂສ ດ້ານນະໂຍ ບາຍການຕ່າງປະເທດຂອງສະມາຊິກສະພາສູງສະຫະລັດ
ອາເມຣິກາ ໄດ້ ເດີນທາງຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມສູນກາງຜູ້ປະສົບໄພເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ.
(ກປທ) (ອ່ານຕໍ່............) |