ເຂດຕາເວັນອອກກາງນັບມື້ມີຄວາມສ່ຽງສູງ ທີ່ຈະເກີດສົງຄາມຢູ່ໃນພາກພື້ນ
ວິທະຍຸກະຈາຍສຽງຫວຽດນາມລາຍງານເມື່ອບໍ່ດົນຜ່ານມາວ່າ: ສັນນິບາດອາຣັບ ໄດ້ຈັດກອງປະຊຸມສຸກເສີນລະດັບຜູ້ ຕາງໜ້າຖາວອນ
ຂອງປະເທດ ສະມາຊິກປະຈຳສັນນິບາດອາຣັບຢູ່ນະຄອນຫຼວງເລີແກປະເທດເອຢິບເພື່ອປຶກສາຫາລືບັນຫາຕ່າງໆເຊັ່ນ: ສະຖານະການຢູ່ລີບັງ
ເປັນຕົ້ນ. ທ່ານ ໂຮຊາມ ຈາກີ ຮອງເລຂາທິການໃຫຍ່ສັນນິບາດອາຣັບໄດ້ກ່າວໃນກອງປະຊຸມວ່າ: ເນື່ອງຈາກວ່າຜູ້ນຳອິດສະຣາແອນໄດ້ຍົກ
ລະດັບການປະທະກັນຢ່າງບໍ່ຢຸດຢັ້ງດ້ວຍຄວາມອວດ ອົ່ງທະນົງຕົວ ແລະ ຈອງຫອງ, ຈຶ່ງເຮັດໃຫ້ເຂດຕາເວັນອອກກາງນັບມື້ນັບມີຄວາມສ່ຽງ
ສູງຂຶ້ນທີ່ຈະເກີດສົງຄາມຢູ່ໃນພາກພື້ນ. ອິດສະຣາແອນໄດ້ກໍ່ອາດຊະຍາກຳຢູ່ເຂດກາຊາຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ເຂດຕາເວັນອອກກາງນັບມື້ນັບ
ໃກ້ທີ່ຈະເກີດສົງຄາມຢູ່ໃນພາກພື້ນ, ຕາບໃດທີ່ສົງຄາມເກີດຂຶ້ນ, ບໍ່ວ່າຝ່າຍໃດໜຶ່ງກໍຕາມລ້ວນແຕ່ຈະບໍ່ສາມາດຢູ່ລອດຈາກສົງຄາມໄດ້. ໃນ
ມື້ດຽວກັນ, ຜູ້ຕາງໜ້າລີບັງປະຈຳສັນນິບາດອາຣັບໄດ້ຢືນຢັນໃນກອງປະຊຸມວ່າ: ການໂຈມຕີຕໍ່ລີບັງຂອງອິດສະຣາແອນໄດ້ເຮັດໃຫ້ລີບັງມີຜູ້
ເສຍຊີວິດປະມານ 2.000 ຄົນ, ຫຼາຍກວ່າ 10.000 ຄົນໄດ້ຮັບບາດເຈັບ.
ແຫຼ່ງທີ່ມາ: ຂກທ
ວັນທີ 09/10/2024