ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟີ​ລິບ​ປິນ ຢືນຢັນ​ພົບ​ຜູ້​ຕິດເຊື້ອ​ໄວ​​ຣັສ​ສັດ​ປີກ​ຊະນິດ​ຮຸນ​ແຮງ​ ກໍລະນີ​ທຳ​ອິດ​ຂອງ​ປະເທດ


     ສຳນັກ​ຂ່າວ​ທາງ​ການ​ຟິ​ລິບ​ ປິນ​ລາຍ​ງານ​ໃນ​ ວັນ​ທີ 11 ພຶດສະພາ 2025 ວ່າ: ກົມ​ອຸດສາຫະກຳ​ສັດ ພາຍ​ໃຕ້ ​ກະຊວງ​ກະສິກຳ​ຂອງ ​ຟີ​ລິບ​ປິນ
ຢືນຢັນ​ການ​ກວດ​ພົບ​ເຊື້ອ​ໄວ​​ຣັສ​ໄຂ້​ຫວັດ​ສັດ​ປີກ​ຊະນິດ​ຮຸນ​ແຮງ​ສາຍ​ພັນ A ສາຍ​ພັນ​ຍ່ອຍ H5N9 ກໍລະນີ​ທຳ​ອິດ ໃນ​ແຂວງ ຄາ​ມາ​ຣີ​ເນ​​ສ​ຊູ.

     ແຫຼ່ງຂ່າວ​ລະບຸ​ວ່າ: ຫ້ອງ​ທົດ​ລອງ​ການ​ວິເຄາະ ແລະ ອ້າງ​ອີງ​ພະຍາດ​ສັດ ໄດ້​ລາຍ​ງານ​ຜົນ​ການ​ກວດ​ພົບ​ເຊື້ອ​ໄວ​​ຣັສ​ດັ່ງກ່າວ ຈາກ​ຕົວຢ່າງ ເປັດ
ທີ່​ເກັບ​ກຳ​ໃນ​ລະຫວ່າງ​ການ​ສຳ​ຫຼວດ​ປົກກະຕິ​ໃນ​ວັນ​ທີ 30 ເດືອນ​ເມສາ ຜ່ານ​ມາ, ໂດຍ​ເຊື້ອ​ໄວ​​ຣັສ​ສາຍ​ພັນ A ສາຍ​ພັນ​ຍ່ອຍ H5N9 ມີ​ຄວາມ
​ຮຸນ​ແຮງ​ສູງ​ໃນ​ນົກ​ແຕ່​ມີ​ຄວາມ​ສ່ຽງ​ຕ່ຳ​ຕໍ່​ມະນຸດ, ໂດຍ​ອ້າງ​ອີງ​ຈາກ​ການ​ປະ​ເມີນ​ລະດັບ​ໂລກ​ໃນ​ປັດຈຸບັນ. ກົມ​ອຸດສາຫະກຳ​ສັດ ຈຶ່ງ​ໄດ້​ດຳເນີນ​ການ
​ເຝົ້າ​ລະວັງ​ຢ່າງ​ເຂັ້ມ​ງວດ​ລະດັບ​ພາກ​ພື້ນ​ທັນທີ ຫຼັງ​ຈາກ​ກວດ​ພົບ​ເຊື້ອ​ໄວ​​ຣັສ​ດັ່ງກ່າວ ຊຶ່ງ​ລວມ​ມີ​ການ​ຄວບ​ຄຸມ​ການ​ກັກ​ກັນ, ການ​ແຍກ​ຕົວ, ການ​
ກວດກາ ແລະ ການ​ປະສານ​ງານ​ກັບ​ອົງການ​ທ້ອງຖິ່ນ. ໃນວັນດຽວກັນ, ໜ່ວຍງານຫ້ອງວິເຄາະຍັງໄດ້​ແຈ້ງ​ໃຫ້​ ກະຊວງ​ສາທາລະນະ​ສຸກ​ຕິດຕາມ
​ການ​ສຳຜັດ​ເຊື້ອ​ໄວ​​ຣັສ​ໃນ​ມະນຸດ​ທີ່​ອາດ​ຈະ​ເກີດ​ຂື້ນ. ນອກ​ນັ້ນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ເຝົ້າ​ລະວັງ ແລະ ລາຍ​ງານ​ການ​ເສຍ​ຊີວິດ ຫລື ເຈັບ
​ປ່ວຍ​ຂອງ​ສັດ​ປີກ​ທີ່​ຜິດ​ປົກກະຕິ​ໄປ​ຍັງ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ໃຫ້​ໄວ​ທີ່​ສຸດ.

ແຫຼ່ງທີ່ມາ: ຂກທ
ວັນທີ 14/05/2025