ໄທ ໄດ້ຮັບການຊ່ວຍເຫຼືອຟື້ນຟູໄພພິບັດຈາກ ສປ ຈີນ
ຕາມຂ່າວເດລິນີວລາຍງານ, ວັນທີ 17 ຕຸລາ 2024 ນີ້ວ່າ: ເຂດບໍລິຫານພິເສດໄຕ້ຫວັນ ຂອງ ສປ ຈີນ ສົ່ງມອບເງິນບໍລິຈາກ 100.000
ໂດລາສະຫະລັດ ເພື່ອຊ່ວຍເຫຼືອປະຊາຊົນໄທ ໃນການຟື້ນຟູໄພພິບັດຈາກອິດທິພົນຂອງ ພາຍຸໄຕ້ຝຸ່ນ ຢາກິ ແລະ ເພື່ອສະແດງໃຫ້ເຫັນເຖິງ
ຈິດວິນຍານຂອງປະຊາຊົນ ເຂດບໍລິຫານພິເສດ ໄຕ້ຫວັນ ຂອງ ສປ ຈີນ ໃນຄວາມຫ່ວງໄຍ ແລະ ຊ່ວຍເຫຼືອ ດ້ານມະນຸດສະທຳ.
ຫຼັງຈາກ ທ່ານ ຈາງຈວິ້ນຝູ ຜູ້ ອຳນວຍການໃຫຍ່ ສຳນັກງານເສດຖະກິດ ແລະ ວັດທະນະທຳ ໄທເປ ປະຈຳປະເທດໄທ ເປັນຜູ້ຕາງໜ້າ
ໃຫ້ ເຂດໄຕ້ຫວັນ ໃນການບໍລິຈາກເງິນດັ່ງກ່າວ ໃຫ້ກັບສະພາກາແດງໄທ ທີ່ສຳນັກງານໃຫຍ່ສະພາກາແດງໄທ, ໂດຍມີ ທ່ານ ປອ ເຕຊ ບຸນ
ນາດ ເລຂາທິການ ສະພາກາແດງໄທ ເປັນຜູ້ຮັບມອບເງິນດັ່ງກ່າວ. ສະມາຄົມຈົງຫົວ ແຫ່ງປະເທດໄທ, ສະມາຄົມເຂດໄຕ້ຫວັນ ແຫ່ງປະເທດ
ໄທ, ສະມາຄົມ ການຄ້າໄທ-ເຂດໄຕ້ຫວັນ, ສະມາຄົມການຊ່ວຍເຫຼືອສຸກເສີນເຂດໄຕ້ຫວັນປະຈຳໄທ ໄດ້ສົ່ງຕົວແທນເຂົ້າຮ່ວມພິທີດັ່ງກ່າວ.
ຈາກນັ້ນ ທ່ານ ຈາງຈວິ້ນຝູ ກ່າວວ່າ: ໄທ ເປັນພັນທະມິດທີ່ສຳຄັນຂອງເຂດໄຕ້ຫວັນ ໃນພາກພື້ນນີ້ ແລະ ປະຊາຊົນໄຕ້ຫວັນ ຮູ້ສຶກເຫັນ
ໃຈທີ່ເຫັນໄພພິບັດເກີດຂຶ້ນໃນປະເທດໄທ ພ້ອມທັງສະແດງຄວາມເສຍໃຈ ແລະ ຫວ່ງໄຍຕໍ່ລັດຖະບານ ແລະ ຊາວໄທ ທີ່ສູນເສຍບຸກຄົນອັນ
ເປັນທີ່ຮັກ ໃນພື້ນທີ່ປະສົບໄພດັ່ງກ່າວ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/10/2024