ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣານ ເຕືອນ​ຖ້າ​ອາ​ເມ​ຣິ​ກາ​ແຊກ​ແຊງ​ການ​ສູ້​ຮົບ​ກັບອິດ​ສະ​ຣາ​ແອນ
ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຄັ້ງ​ໃຫຍ່

     ​ວັນ​ທີ 18 ມິຖຸນາ 2025 ທ່ານ ຢາ​ຕຸ​ເລາະ ຄາ​ເມ​ເນ​ອີ ຜູ້ນຳ​ສູງ​ສຸດ​ຂອງ​ ອີ​ຣານ ​ປະກາດ​ເຕືອນ​ຖ້າ​ອາ​ເມ​ຣິ​ກາ​ແຊກ​ແຊງ​ການ​ສູ້​ຮົບ​
ລະຫວ່າງ​ ອິດ​ສະ​ລາ​ແອນ-ອີ​ຣານ ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຄັ້ງ​ໃຫຍ່ ແລະ ຈະ​ຍິ່ງ​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ຂະຫຍາຍຕົວ​ກາຍເປັນ​
ສົງຄາມ​ໃຫຍ່ ພາຍຫລັງ​ການ​ສູ້​ຮົບ​ຂອງ​ທັງ​ສອງ​ປະເທດ​ດຳເນີນ​ມາ​ໜຶ່ງ​ອາທິດ​ແລ້ວ ກອງ​ກຳລັງ​ທັງ​ສອງ​ຝ່າຍ​ຍັງ​ໂຈມ​ຕີ​ຕອບ​ໂຕ້​ກັນ​ໄປ​ມາ​
ຢ່າງ​ຕໍ່​ເນື່ອງ.

     ອິດ​ສະ​ລາ​ແອນ​ ຍັງ​ເນັ້ນ​ໂຈມ​ຕີ​ໃສ່​ຄວາມ​ສາມາດ​ໃນ​ການ​ຜະລິດ​ລູກ​ສອນ​ໄຟ​ຂອງ​ ອີ​ຣານ ເຊິ່ງ​ມີ​ເປົ້າ​ໝາຍ​ທາງ​ທະຫານ​ກວ່າ 20
ແຫ່ງ​ໃນ​ ນະຄອນຫລວງ​ເຕ​ເຮ​ຣານ. ສ່ວນ​ສຳນັກ​ຂ່າວ IRNA ຂອງ ​ອີ​ຣານ​ລາຍ​ງານ​ວ່າ: ຊາວ​ອີ​ຣານ​ທີ່​ອາໄສ​ຢູ່​ນະຄອນຫລວງ​ເຕ​ເຮ​ຣານ
​ບໍ່​ສາມາດ​ນອນ​ຫລັບ​ໄດ້​ຫລາຍ​ວັນ ເນື່ອງ​ຈາກ​ສຽງ​ລະເບີດ​ທີ່​ດັງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຂະນະ​ທີ່​ກອງທັບ​ອີ​ຣານ​ລະບຸ​ວ່າ: ພວກ​ເຂົາ​ໄດ້​ຍິງ​ລູກ​
ສອນ​ໄຟ Sejil-2 ເຊິ່ງ​ເປັນ​ລູກ​ສອນ​ໄຟ​ໄລຍະ​ກາງ​ໄປ​ອິດ​ສະ​ລາ​ແອນ ພ້ອມ​ບັງຄັບ​ໃຊ້​ຂໍ້​ຈຳກັດ​ຊົ່ວຄາວ​ໃນ​ການ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ​ທົ່ວ​
ປະເທດ ໂດຍ​ອ້າງ​ເຖິງ​ຄວາມ​ກັງວົນ​ດ້ານ​ຄວາມ​ໝັ້ນຄົງ. ທ່ານ ໂຍ​ອັບ ກັນ​ລັນ ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ອິດ​ສະ​ຣາ​
ແອນ ລະບຸ​ວ່າ: ການ​ທີ່ ​ອາ​ເມ​ຣິ​ກາ ​ເຂົ້າ​ມາ​ແຊກ​ແຊງ​ທາງ​ດ້ານ​ການ​ທະຫານ​ໃນ​ຄວາມ​ຂັດ​ແຍ່ງ​ຄັ້ງ​ນີ້ ຈະ​ມີ​ສ່ວນ​ຊ່ວຍ​ສ້າງ​ອະນາຄົດ​ທີ່​ດີ​
ຍິ່ງ​ຂຶ້ນ ເຊິ່ງ​ແມ່ນ​ຫຍັງ​ກໍ​ຕາມ​ທີ່​ເປັນ​ຜົນ​ດີ​ຕໍ່​ພົນລະເມືອງ ​ອາ​ເມ​ຣິ​ກາ​ ກໍ​ເປັນ​ຜົນ​ດີ​ຕໍ່​ພົນລະເມືອງ​ໂລກ ລວມ​ທັງ​ພົນລະເມືອງ​ ອິດ​ສະ​ລາ​
ແອນ ໂດຍ​ຫລາຍ​ຝ່າຍ​ເຝົ້າ​ຕິດຕາມ​ການ​ຕັດສິນ​ໃຈ​ຂອງ​ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ຣິ​ກາ ວ່າ​ຈະ​ເຂົ້າ​ຮ່ວມ​ວົງ​ຂັດ​ແຍ່ງ​ຄັ້ງ​ນີ້
ຫຼື ບໍ່ ຫຼື ຈະ​ມີ​ແນວທາງ​ໃນ​ການ​ເປັນ​ຄົນ​ກາງ​ເຈລະຈາ​ຢຸດ​ຍິງ. ທ່ານ ອັບ​ບາ​​ສ ອາ​ຣັກ​ຊີ ລັດຖະມົນຕີ​ຕ່າງປະເທດ​ອີ​ຣານ ຢືນຢັນ​ວ່າ: ການ
​ຕອບ​ໂຕ້​ທາງ​ການ​ທະຫານ​ຂອງ​ ອີ​ຣານ​ ເປັນ​ໄປ ​ເພື່ອ​ການ​ປ້ອງ​ກັນ​ຕົນ​ເອງ (Self-Defense), ແຕ່​ອີ​ຣານ​ຍັງ​ເປີດ​ພື້ນ​ທີ່​ໃຫ້​ແກ່​ການ​ເຈ
ລະຈາ​ທາງ​ການ​ທູດ ເພື່ອ​ຢຸດ​ການ​ສູ້​ຮົບ​ໃນ​ຄັ້ງ​ນີ້.

     ໂດຍ​ຜູ້​ແທນ​ລັດຖະບານ​ຫລາຍ​ປະເທດ ລວມ​ທັງ ​ສປປ ເກົາຫລີ ໄດ້​ຮ່ວມ​ປະນາມ​ການ​ໂຈມ​ຕີ​ອີ​ຣານ​ຂອງ​ອິດ​ສະ​ລາ​ແອນ. ພ້ອມ​
ລະບຸ​ວ່າ: ອິດ​ສະ​ລາ​ແອນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອາ​ເມ​ຣິ​ກາ ແລະ ໂລກ​ຕາເວັນຕົກ ບໍ່​ຕ່າງ​ຫຍັງ​ກັບ “ມະ​ເຮັງ” ສຳລັບສັນ ຕິພາບ​
ໃນ​ຕາເວັນ​ອອກ​ກາງ. ໂດຍ​ກຸ່ມ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ໃນ​ອາ​ເມ​ຣິ​ກາ ລະບຸ​ວ່າ: ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 639 ຄົນ ແລະ
ມີ​ຜູ້​ບາດເຈັບ 1,320 ກວ່າ​ຄົນ. ຂະນະ​ທີ່​ຕົວ​ເລກ​ຜູ້​ເສຍ​ຊີວິດ​ຫລ້າ​ສຸດ​ຈາກ​ທາງ ​ອີ​ຣານ ​ຍັງ​ບໍ່​ມີ​ການ​ອັບ​ເດດ ຍັງ​ມີ​ຢູ່ 224 ຄົນ ແລະ
ບາດເຈັບ​ອີກ 1.277 ຄົນ ຈາກ​ເຫດການ​ໂຈມ​ຕີ​ຂອງ ​ອິດ​ສະ​ລາ​ແອນ ແລະ ມີ​ຜູ້​ເສຍ​ຊີວິດ​ໃນ​ ອິດ​ສະ​ລາ​ແອນ​ ແລ້ວ​ຢ່າງ​ໜ້ອຍ 24 ຄົນ
ຈາກ​ການ​ໂຈມ​ຕີ​ຂອງ​ ອີ​ຣານ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/06/2025