ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູ​ແກຣນ ພ້ອມ​ຈະ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ເປັນ​ເວລາ 30 ວັນ


     ສຳນັກ​ຂ່າວ​ຫວຽດນາມ​ ລາຍ​ງານ​ວັນ​ທີ 12 ພຶດສະພາ 2025 ທ່ານ ເຊ​ເລັນ​ສະ​ກີ ປະທານາທິບໍດີ ອູ​ແກຣນ ພ້ອມ​ກັບຜູ້ນຳ ອັງກິດ, ຝຣັ່ງ,
ເຢຍລະ​ມັນ ແລະ ໂປ​ໂລຍ ທີ່​ພວມ​ຢ້ຽມຢາມ ກີ​ແອັບ ນະຄອນຫຼວງ​ຂອງ ອູ​ແກຣນ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ ທ່ານ ໂດ​ນັນ ທຣຳ ປະ
ທານາທິບໍ ດີ ສະຫະລັດ ອາ​ເມ​ຣິ​ກາ ໃນ​ວັນ​ທີ 10 ພຶດສະພາ ທີ່​ຜ່ານ​ມາ, ເພື່ອ​ປຶກສາ​ຫາລື​ບັນຫາ​ການ​ຢຸດ​ສົງຄາມ ອູ​ແກຼນ ແລະ ຣັດ​ເຊຍ.

     ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ຄັ້ງ​ນີ້, ບັນດາ​ຜູ້ນໍາເອີຣົບ​ເຫັນ​ດີ​ພ້ອມ​ແລ້ວ​ຈະ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢ່າງ​ສິ້ນ​ເຊີງ ແລະ ບໍ່​ມີ​ເງື່ອນໄຂ​ບໍ່​ວ່າ​ຈະ​ຢູ່​
ທາງບົກ, ທາງ​ອາກາດ ແລະ ທາງ​ທະເລ ແກ່ຍາວ​ຢ່າງ​ໜ້ອຍ​ສຸດ​ເປັນ​ເວລາ 30 ວັນ, ເລີ່ມ​ແຕ່​ວັນ​ທີ 12 ພຶດ ສະພາ 2025 ເປັນຕົ້ນ​ໄປ, ເພື່ອ
​ເປີດ​ທາງ​ໃຫ້​ແກ່​ບັນດາ​ການ​ເຈລະຈາ​ສັນຕິພາບ ກ້າວ​ໄປ​ເຖິງ​ ການ​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່ ຍາວ​ເປັນ​ເວລາ​ກວ່າ 3 ປີຜ່ານມາ​ລະຫວ່າງ ຣັດ
​ເຊຍ ແລະ ອູ​ແກຣນ. ໃນ​ວັນ​ດຽວ​ກັນ, ທ່ານ ນາງ ເອີຊູ​ລາ ໂວນ​ເດ ເລ​ເຢນ ປະທານ​ຄະນະ​ກຳມະການ​ເອີ​ຣົບ ເນັ້ນ​ໜັກ​ວ່າ: ຄຳ​ສັ່ງ​ຢຸດ​ຍິງ​ໃນ​
ທັນທີ​ຢູ່ ອູ​ແກຼນ ຕ້ອງ​ໄດ້​ປະຕິບັດ​ໃນ​ທັນທີ ຫາກ​ບໍ່​ຕິດ​ເງື່ອນໄຂ​ເດັດຂາດ​ໃດໆ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/05/2025