ຈີນ ເລີ່ມທົດລອງຍົກເວັ້ນວີຊ່າຝ່າຍດຽວຕໍ່ອີກ 5 ປະເທດ
ໂທລະພາບແຫ່ງ ສປ ຈີນ ລາຍງານໃນ ວັນທີ 31 ພຶດສະພາ 2025 ວ່າ: ນັບແຕ່ວັນທີ 1 ມິຖຸນາຜ່ານມາ, ຈີນທົດລອງປະຕິບັດນະໂຍ
ບາຍການຍົກເວັ້ນວີຊ່າຕໍ່ບຸກຄົນທີ່ມາຈາກ ບຣາຊິນ, ອາກຊັງຕິນ, ຈີເລ, ເປຣູ, ອູຣູກວາຍ ທີ່ຖືໜັງສືຜ່ານແດນທົ່ວໄປ, “ປະເທດເພື່ອນມິດ”
ທີ່ຈີນຍົກເວັ້ນວີຊ່າຝ່າຍດຽວໄດ້ເພີ່ມຂຶ້ນອີກ 5 ປະເທດ.
ນັບແຕ່ວັນທີ 1 ມິຖຸນາປີ 2025 ຫາ ວັນທີ 31 ພຶດສະພາປີ 2026, ບຸກຄົນທີ່ຖືໜັງສືຜ່ານແດນທົ່ວໄປຈາກ 5 ປະເທດດັ່ງກ່າວ ເດີນ
ທາງເຂົ້າປະເທດຈີນ ເພື່ອດຳເນີນທຸລະກິດ, ທ່ອງທ່ຽວ, ຢ້ຽມຢາມຍາດຕິພິ່ນ້ອງ ແລະ ເພື່ອນມິດ, ແລກປ່ຽນຢ້ຽມຢາມ, ຜ່ານແດນບໍ່ເກີນ
ເວລາ 30 ວັນ, ສາມາດຍົກເວັ້ນວີຊ່າເຂົ້າເມືອງໄດ້.
ສປ ຈີນ ໄດ້ປະຕິບັດນະໂຍບາຍການຍົກເວັ້ນວີຊ່າຕໍ່ປະເທດ ອາເມຣິກາລາຕິນ ແລະ ປະເທດເຂດກາຣິບຽນເປັນຄັ້ງທຳອິດ. ນັບມາຮອດ
ປັດຈຸບັນນີ້, ຈຳນວນປະເທດທີ່ເໝາະໃຊ້ນະໂຍບາຍການຍົກເວັ້ນວີຊ່າຝ່າຍດຽວເຂົ້າເມືອງຈີນໄດ້ເພີ່ມຂຶ້ນຮອດ 43 ປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/06/2025