ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

4 ປະເທດ​ກະກຽມ​ດຳເນີນ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່ Malabar

     ວິທະຍຸ​ກະຈາຍສຽງ​ຫວຽດນາມ​ລາຍ​ງານ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ວ່າ: ກອງທັບ​ເຮືອ​ອິນ​ເດຍ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຊ້ອມ​ຮົບ Malabar
ດ້ວຍ​ການ​ເຂົ້າ​ຮ່ວມ ​ຂອງ​ກອງທັບ​ເຮືອ​ອິນ​ເດຍ, ອາ​ເມ​ຣິ​ກາ, ອົດ​ສະ​ຕາ​ລີ ແລະ ຍີ່ປຸ່ນ ຈະ​ດຳເນີນ​ຊ້ອມ​ຮົບ ​ໃນ​ວັນ​ທີ 8 ຕຸລາ 2024 ເພື່ອ​ມຸ່ງ
ໄປ​ເຖິງ​​​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ປະສົມ​ປະສານ​ລະຫວ່າງ​ກຳລັງ​ກອງທັບ​ເຮືອ ​ກຸ່ມ 4 ປະເທດ​ ໃນ​ສະພາບ​ການ​ຄວາມ​ໝັ້ນຄົງ ​ໃນ
ພາກ​ພື້ນ ​ນັບ​ມື້​ນັບ​ມີ​ການ​ຜັນ​ແປ​ທີ່​ສັບສົນ. ຕາມ​ແຜນການ​ແລ້ວ, ການ​ຊ້ອມ​ຮົບ​ຮ່ວມ​ຈະ​ແກ່ຍາວ 11 ວັນ ​ເລີ່ມ​ແຕ່​ໄລຍະ​ກະກຽມ​ຢູ່​ທ່າ​ກຳປັ່ນ
Visakhapatnam (ອິນ​ເດຍ) ແລະ ​ບັນດາ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະເລ, ຈະ​ສຸມ​ໃສ່​ເຂົ້າ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ຢູ່​ພາກ​ພື້ນ​ມະຫາ​ສະ
ໝຸດ​ອິນ​ເດຍ-ປາ​ຊີ​ຟິກ. ການ​ຊ້ອມ​ຮົບ Malabar ໄດ້​ເລີ່ມ​ຕົ້ນ​ແຕ່​ປີ 1992 ຄື​ການເຄື່ອນໄຫວ​ຮ່ວມ​ມື​ສອງ​ຝ່າຍ ລະຫວ່າງ​ກອງທັບ​ເຮືອ​ຂອງ ອາ
​ເມ​ຣິ​ກາ ແລະ ອິນ​ເດຍ ແຕ່​ໄດ້​ພັດທະນາ ​ກາຍເປັນ​ເຫດການ​ຫຼາຍ​ຝ່າຍ​ສໍາຄັນ, ເພື່ອ​ແນ່​ໃສ່​ປັບປຸງ​ຄວາມ​ສາມາດ​ໃນ​ການ​ປະສົມ​ປະສານ ແລະ
ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ລວມ ​ໃນ​ຂົງເຂດ​ການ​ເດີນ​ເຮືອ​ຢູ່​ພາກ​ພື້ນ ມະຫາ​ສະໝຸດ ​ອິນ​ເດຍ ແລະ ມະຫາ​ສະໝຸດ ​ອິນ​ເດຍ-ປາ​ຊີ​ຟິກ.

ແຫຼ່ງທີ່ມາ: ຂກທ
ວັນທີ 08/10/2024