ເອີຣົບ ຄາດວ່າຈະຈັດສົ່ງທະຫານ ຮັກສາສັນຕິພາບ 10.000 ກວ່າຄົນ ໄປຍັງ ອູແກຣນ
ໃນວັນທີ 19 ມີນາ 2025 ນີ້: ບັນດາປະເທດ ເອີຣົບ ມີແຜນຜັນຂະຫຍາຍກຳລັງຮັກສາສັນຕິພາບໄປຍັງ ອູແກຣນ ເມື່ອສອງຝ່າຍບັນ
ລຸໄດ້ຂໍ້ຕົກລົງຢຸດຍິງລະຫວ່າງ ຣັດເຊຍ ແລະ ອູແກຣນ.
ໜັງສືພິມ ເດີ ທາມ ລາຍງາຍຕື່ມວ່າ: ເຖິງແມ່ນວ່າກຳລັງສ່ວນຫຼາຍມາຈາກ ອັງກິດ ແລະ ຝຣັ່ງ ກໍຕາມແຕ່ທ່ານນາຍົກລັດຖະມົນຕີອັງ
ກິດ ກໍໄດ້ບັນລຸຜົນສຳເລັດໃນການດຶງຫຼາຍປະເທດເຂົ້າຮ່ວມ ເມື່ອທຽບໃສ່ 3 ປະເທດໃນເບື້ອງຕົ້ນທີ່ສະເໜີຈັດສົ່ງກຳລັງທະຫານໄປອູແກຣນ.
ມີ 35 ກວ່າປະເທດເຫັນດີສະໜອງອາວຸດ, ເຄື່ອງອຸປະກອນ, ໜູນຊ່ວຍດ້ານເຕັກນິກ ແລະ ສືບລາຊະການລັບໃຫ້ພາລະກຳ. ທ່ານລັດຖະມົນ
ຕີການຕ່າງປະເທດ ຣັດເຊຍ ຖະແຫຼງວ່າ: ການເຂົ້າຮ່ວມຂອງກຳລັງທະຫານບັນດາປະເທດທີ່ຂຶ້ນກັບ NATO ຢູ່ດິນແດນອູແກຣນ ລ້ວນແຕ່
ແມ່ນໄພນາບຂູ່ສຳລັບຣັດເຊຍ, ຣັດເຊຍ ຈະບໍ່ຍອມຮັບສິ່ງດັ່ງກ່າວໃນກໍລະນີໃດໆ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/03/2025