
ສ ອາເມຣິກາ-ເອີຣົບ ບັນລຸຂໍ້ຕົກລົງອັດຕາພາສີລວມ 15%

ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ ອາເມຣິກາ ໄດ້ປຶກສາຫາລື ກັບ ທ່ານນາງ ເອີຊູລາ ຟອນເດ ເລເຢນ ປະທານ ຄະນະກຳມະທິການ ເອີຣົບ (ອີຊີ)
ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫຼວງລອນດອນ ປະເທດ ອັງກິດ ເມື່ອວັນທີ 28 ກໍລະ ກົດ ນີ້ວ່າ: ທ່ານ ໂດນັນ ທຣຳ ປະ
ທານາທິບໍດີ ສ ອາເມຣິກາ ໄດ້ປຶກສາຫາລື ກັບ ທ່ານນາງ ເອີຊູລາ ຟອນເດ ເລເຢນ ປະທານ ຄະນະກຳມະທິການ ເອີຣົບ (ອີຊີ) ເຊິ່ງເປັນຝ່າຍ
ບໍລິຫານຂອງ ສະຫະພາບ ເອີຣົບ (ອີຢູ) ໃນເມືອງ ເທຣີນເບີຣີ ຢູ່ສະກອດແລນ (ຂຶ້ນກັບປະເທດອັງກິດ) ໂດຍມີ ການບັນລຸຂໍ້ຕົກລົງ ທາງການ
ຄ້າ, ດ້ວຍການເກັບພາສີ ໃນອັດຕາ ພື້ນຖານ 15% ສຳລັບ ສິນຄ້າ ຂອງ ອີຢູ ທີ່ສົ່ງອອກໄປຍັງ ສ ອາເມຣິກາ.
ທ່ານ ໂດນັນ ທຣຳ ກ່າວວ່າ, ອັດຕາພາສີ 15% ນີ້ ຈະຄວບຄຸມ ສິນຄ້າ ທຸກປະເພດ ລວມເຖິງ ສິນຄ້າໃນອຸດສາຫະກຳຍານພາຫະນະ, ຢາ
ແລະ ເຊມີຄອນດັກເຕີຣ ເຊິ່ງເປັນພາກສ່ວນສຳຄັນ ຂອງ ເອີຣົບ, ໃນຂະນະດຽວກັນ ອີຢູ ກຽມນຳເຂົ້າພະລັງງານຈາກ ສ ອາເມຣິກາ ດ້ວຍມູນ
ຄ່າ 750.000 ລ້ານໂດລາສະຫະລັດ ແລະ ອື່ນໆອິກດ້ວຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 31/07/2025