ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ ເລີ່ມ​ໂຄງການ ເກັບ​ກູ້​ລະເບີດ​ຄືນ​ໃໝ່​​


     ສຳນັກ​ຂ່າວ ເອ​ເອ​​ຟ​ພີ ລາຍ​ງານຈາກນະຄອນຫຼວງ ພະນົມ​ເປັນ ຂອງ​ປະເທດ​ກຳປູເຈຍ ວ່າເຈົ້າ​ໜ້າທີ່ ເກັບ​ກູ້​ລະເບີດຂອງ ກຳປູເຈຍ
ກຽມ​ກັບ​ມາປະຕິບັດ​ການອີກ​ຄັ້ງ ຫຼັງ​ຈາກ​ທີ່ ສະຫະລັດອາ​ເມ​ຣິ​ກາ ກັບ​ມາອະນຸມັດ ໃຫ້​ທຶນ​ສະໜັບສະ​ໜູນໂຄງການດັ່ງກ່າວ​ຕໍ່​ໄປ.

     ພາຍຫລັງ​ທີ່ ກຳປູເຈຍ ໄດ້​ຢຸດຕິ​ການ​ປະຕິບັດການ​ເກັບ​ກູ້ລະເບີດ​ບາງ​ສ່ວນຕັ້ງແຕ່ທ້າຍ​ເດືອນ ມັງກອນ ທີ່​ຜ່ານ​ມາ, ເນື່ອງ​ຈາກ ລັດ
ຖະບານ ສະຫະລັດອາ​ເມ​ຣິ​ກາ ໄດ້​ຢຸດຕິ​ໃຫ້​ທຶນສະໜັບສະໜູນຢ່າງ​ກະທັນຫັນຕາມ​ຄຳ​ສັ່ງຂອງ ທ່ານ ໂດ​ນັນ​ ທຣຳ ປະທານາທິບໍດີ ສະ
ຫະລັດອາ​ເມ​ຣິ​ກາ ທີ່​ໄດ້​ສັ່ງ​ຢຸດຕິ​ຄວາມ​ຊ່ວຍເຫລືອ ໂຄງການ​ນີ້​ຕໍ່​ຕ່າງປະເທດເປັນ​ເວລາ 90 ວັນ.

     ທ່ານ ເຮງ​ລັດຕະນາ ຫົວໜ້າ ກົມ​ສູນ​ປະຕິບັດການ​ເກັບ​ກູ້​ລະເບີດ ກຳປູເຈຍ ກ່າວ​ວ່າ: ສະຫະລັດອາ​ເມ​ຣິ​ກາ ໄດ້​ໃຫ້​ສິດທິ ຍົກເວັ້ນ
ແບບ​ມີ​ເງື່ອນໄຂສຳລັບການ​ໃຫ້​ທຶນສະໜັບສະ​ໜູນອົງ​ກອນ​ພັນທະ​ມິດ ເພື່ອ​ການ​ເກັບ​ກູ້ ລະເບີດໃນ​ ກຳປູເຈຍ. ພ້ອມ​ທັງ​ລະບຸ​ວ່າໄດ້​ສັ່ງ
​ໃຫ້ເຈົ້າ​ໜ້າທີ່ເກັບ​ກູ້​ລະເບີດທີ່​ຕ້ອງ​ຢຸດຕິໃນ​ຫຼາຍ​ອາທິດ​ຜ່ານ​ມາ ໃຫ້​ກັບ​ຄືນ​ມາປະຕິບັດ​ການເກັບ​ກູ້​ລະເບີດຄືນ​ໃໝ່​​.

ແຫຼ່ງທີ່ມາ: ຂກທ
ວັນທີ 26/02/2025