ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ຝຣັ່ງ​ ອອກ​ຖະແຫຼງການ​ຮ່ວມ ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນແປງ ​ຂອງ​ດິນ​ຟ້າ​ອາກາດ


     ໂທລະພາບ​ແຫ່ງ ​ສປ ຈີນ ລາຍ​ງານ​ໃນ​ວັນ​ທີ 30 ມີນາ 2025 ວ່າ: ເນື່ອງ​ໃນ​ໂອກາດ​ການ​ບັນລຸ “ສັນຍາ​ປາ​ຣີ” ຄົບຮອບ 10 ປີ, ຈີນ
ແລະ ຝຣັ່ງ​ ໄດ້​ອອກ​ຖະແຫຼງການ​ຮ່ວມ​ໃນ​ວັນ​ທີ 27 ມີນາ​ນີ້ ໂດຍ​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄຳ​ໝັ້ນ​ສັນຍາ​ທີ່​ເດັດດ່ຽວ​ໃນ​ການ​ຮ່ວມ​ມື​ກັນ​ຮັບ​ມື​ກັບ
​ວິ​ກິດ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ. ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ: ຈະ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ຂອງ “ສັນຍາ​ປາ​ຣີ” ຢ່າງຮອບດ້ານ, ຊຸກ
ຍູ້​ໃຫ້​ທົ່ວ​ໂລກ​ພັດທະນາ​ຕາມ​ທິດ​ກາກ​ບອນ​ຕ່ຳ ເພື່ອ​ບັນລຸ​ການ​ປ່ຽນແປງ​ລະບົບ​ພະລັງງານ​ຢ່າງ​ຍຸດຕິ​ທຳ ແລະ ເປັນ​ລະບຽບ.

     ຖະແຫຼງການ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ບົນ​ພື້ນຖານ “ຮ່ວມ​ກັນ​ປະຕິບັດ​ໜ້າທີ່​ແຕ່​ມີ​
ຄວາມ​ຮັບຜິດຊອບ​ທີ່​ແຕກ​ຕ່າງ​ກັນ” ແລະ ສະໜັບສະໜູນ​ໝາກຜົນ​ສຳຄັນ​ທີ່​ບັນລຸ​ໃນ​ກອງ​ປະຊຸມ​ພາຄີ​ຄັ້ງ​ທີ 30 ກ່ຽວ​ກັບ​ສົນທິສັນຍາ
​ຂອບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫຼື COP30 ທີ່​ຈັດ​ຂຶ້ນ​ໂດຍ​ບຣາ​ຊິນ. ຈີນ​ສະໜັບສະໜູນ​ຝຣັ່ງ​ຈັດ
​ກອງ​ປະຊຸມ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ມະຫາ​ສະໝຸດ​ທີ່​ນະຄອນ​ນິ​​ສ​ປີ 2025 ຕາມ​ມາດຕະຖານ​ສູງ​ສຸດ, ສອງ​ຝ່າຍ​ຈະ​ຮ່ວມ​ກັນ
​ຊຸກຍູ້​ໃຫ້​ສັນຍາ​ສາກົນ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ນານາ​ພັນ​ມະຫາ​ສະໝຸດ ​ມີ​ຜົນ​ບັງຄັບ​ໃຊ້ ແລະ ເລັ່ງ​ຈັດ​ຕັ້ງ​
ປະຕິບັດ​ທຶນ​ຮັບ​ມື​ກັບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ, ຊ່ວຍ​ຊຸກຍູ້​ເສດຖະກິດ​ໂລກ​ຫັນ​ເປັນ​ສີຂຽວ ແລະ ພັດທະນາ​ແບບ​ຍືນ​ຍົງ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/04/2025