ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສານ​ການ​ທູດ ກຳປູເຈຍ ສະເໜີ ສານ​ຍຸຕິ​ທຳ​ສາກົນພິຈາລະນາ
ຂໍ້ຂັດ​ແຍ້ງດ້ານ​ຊາຍ​ແດນ​ ກຳປູເຈຍ ແລະ ໄທ


ທ່ານ ມາ​ເນັດ ຮຸນ​ເຊັນ ນາຍົກລັດຖະມົນຕີ ກຳປູເຈຍ

     ​ວັນ​ທີ 15 ມິຖຸນາ 2025 ທ່ານ ມາ​ເນັດ ຮຸນ​ເຊັນ ນາຍົກລັດຖະມົນຕີ ກຳປູເຈຍ ເປີດເຜີຍ​ວ່າ: ລັດຖະບານກຳປູເຈຍ ໄດ້​ສົ່ງ​ສານ
ການ​ທູດ​ຢ່າງ​ເປັນ​ທາງ​ການ​ຂຶ້ນ​ສານ​ຍຸຕິທຳ​ສານ​ກົນ (ICJ) ເພື່ອ​ຢາກ​ໃຫ້​ອົງການ​ນີ້ ຊ່ວຍ​ຊອກ​ມາດ​ຕະການ​ແກ້​ໄຂ​ບັນຫາ​ຊາຍ​ແດນ ລະ
ຫວ່າງ ກຳປູເຈຍ ກັບ ໄທ.

     ລັດຖະບານ ກຳປູເຈຍ ສະເໜີ ສານ​ຍຸຕິ​ທຳ​ສາກົນ ພິຈາລະນາ​ຂໍ້​ຂັດ​ແຍ້ງ ຢູ່ 4 ເຂດ​ຢູ່​ຊາຍ​ແດນ​ລວມ​ ລະຫວ່າງ ກຳປູເຈຍ ແລະ ໄທ
ຊຶ່ງ​ແມ່ນ​ບ່ອນເກີດ​ການ​ປະ​ທະ​ກັນ ໃນ​ວັນ​ທີ 28 ພຶດສະພາ ທີ່​ຜ່ານ​ມາ​ ລະຫວ່າງ​ສອງ​ກອງທັບ. ທ່ານ​ນາຍົກລັດຖະມົນຕີ ກຳປູເຈຍ ກ່າວ​
ອີ​ກວ່າ: ວັນ​ທີ 15 ມິຖຸນາ ປີ​ນີ້ ແມ່ນ​ຂີດ​ໝາຍ​ຄົບຮອບ 63 ປີ ນັບ​ແຕ່​ວັນ​ສານ​ຍຸຕິ​ທຳ​ສາກົນ​ອອກ​ຄຳ​ຕັດສິນ​ໃນ​(ວັນ​ທີ 15 ມິຖຸນາ​ປີ 1962)
ຢັ້ງຢືນ​ອະທິປະ​ໄຕ​ຂອງ​ກຳປູເຈຍ ສຳລັບ​ພຣະ​ວິຫານ (Preah Vihear). ພາຍຫຼັງ 63 ປີ, ແຜນ​ນະໂຍບາຍ​ຂອງ​ກຳປູເຈຍ ຍັງ​ສືບຕໍ່​ແກ້​ໄຂ​
ຄວາມ​ຂັດ​ແຍ້ງ ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/06/2025