ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ພົວພັນ​ຍຸດ​ທະ​ສາດ​ຮອບດ້ານ​ຍຸກ​ໃໝ່​ລະຫວ່າງ​ ຈີນ-ຣັດ​ເຊຍ
ມີຄວາມກ້າວໜ້າ​ຢ່າງ​ຍືນ​ຍົງ​ ແລະ​ ໝັ້ນ​ຄົງ

     ​​ວັນ​ທີ 17 ພຶດສະພາ​ນີ້​ວ່າ: ທ່ານ ​ສີ​ ຈິ້ນ​ຜິງ ປະທານ​ປະເທດ​ຈີນ ແລະ​ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ ໄດ້​ສົ່ງ
​ສານ​ອວຍພອນ​ເຖິງ​ງານ​ວາງສະແດງ​ສິນຄ້າ​ຈີນ-ຣັດ​ເຊຍ​ຄັ້ງ​ທີ 10. ທ່ານ ​ສີ ​ຈິ້ນ​ຜິງ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ປີ​ນີ້​ແມ່ນ​ປີ​ຄົບຮອບ 30 ປີ​ຂອງ
​ການ​ສ້າງຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ປະສານ​ງານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ຣັດ​ເຊຍ​ແລະ​ຄົບຮອບ 25 ປີ​ຂອງ​ການ​ເຊັນ “ສັນຍາ​ວ່າ​ດ້ວຍ
​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຈີນ-ຣັດ​ເຊຍ”. ຫວັງ​ວ່າ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະເທດ​ຈະ​ຖື​ງານ​ວາງສະແດງ​ຄັ້ງ​
ນີ້​ເປັນ​ໂອກາດ​ທີ່​ດີ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ທີ່​ຄົບ​ວົງ​ຈອນ, ເພື່ອ​ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ
​ປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ຍຸກ​ໃໝ່​ລະຫວ່າງ​ຈີນ-ຣັດ​ເຊຍ​ເດີນ​ໄປ​ຂ້າງ​ໜ້າ​ຢ່າງ​ຍືນ​ຍົງ​ແລະ​ໝັ້ນ​ທ່ຽງ.

     ໃນ​ສານ​ຂອງ​ ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ​ໄດ້​ລະບຸ​ວ່າ: ງານ​ວາງສະແດງ​ສິນຄ້າ​ຄັ້ງ​ນີ້່​ໄດ້​ສຸມ​ໃສ່​ຂົງເຂດ​ການ​ຮ່ວມ​ມື​ທີ່​ສຳຄັນ​ລະຫວ່າງ​
ສອງ​ຝ່າຍ, ເຊື່ອ​ວ່າ​ຈະ​ໄດ້​ຮັບ​ຜົນສຳເລັດ​ທາງ​ບວກ​ເຊິ່ງ​ຈະ​ເປັນ​ການ​ວາງ​ແຜນການ​ໃໝ່​ໃຫ້​ແກ່​ອະນາຄົດ​ດ້ານ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​
ໄດ້​ຮັບ​ຜົນ​ປະໂຫຍດ​ລະຫວ່າງ​ສອງ​ປະເທດ ​ແລະ​ ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະເທດ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/05/2026