ຣັດເຊຍ ຍັງຄົງເປັນປະເທດສົ່ງອອກເຂົ້າສາລີອັນດັບໜຶ່ງຂອງໂລກ
ວັນທີ 17 ມິຖຸນາ 2025 ສື່ມວນຊົນ ຣັດເຊຍ ໄດ້ອ້າງອີງຕາມຂໍ້ມູນຂອງອົງການອາຫານ ແລະ ການກະເສດຂອງອົງການສະຫະປະ
ຊາຊາດ (FAO) ລາຍງານໃຫ້ຮູ້ວ່າ, ຣັດເຊຍ ຍັງຄົງເປັນປະເທດສົ່ງອອກເຂົ້າສາລີລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງກວມອັດຕາສ່ວນຫຼາຍ
ກວ່າ 1/5 ຂອງຍອດຂາຍເຂົ້າສາລີທົ່ວໂລກ.
ການສົ່ງອອກເຂົ້າສາລີທົ່ວໂລກ ສຳລັບປີນີ້ ກະສິກຳປີ 2024-2025 ຈະຫຼຸດລົງປະມານ 8% ຢູ່ທີ່ 193,3 ລ້ານໂຕນ ຕ່ຳສຸດໃນຮອບ
4 ປີ ແລະ ຈະຟື້ນຕົວໄດ້ພຽງ 3,8% ຢູ່ທີ່ 200,6 ລ້ານໂຕນໃນລະດູການຕໍ່ໄປ, ແຕ່ ຣັດເຊຍ ຍັງຄົງມີທ່າອ່ຽງເປັນປະເທດສົ່ງອອກແຖວ
ໜ້າຂອງໂລກ. ທັງນີ້, ຣັດເຊຍ ມີທ່າອ່ຽງຈະສະໜອງເຂົ້າສາລີສູ່ຕະຫຼາດໂລກພຽງແຕ່ 22% ແລະ 23% ສຳລັບປີນີ້ ແລະ ປີຕໍ່ໄປ ຊຶ່ງສູງ
ກວ່າຄ່າສະເລ່ຍ 20,7% ໃນໄລຍະສາມປີຜ່ານມາພຽງເລັກນ້ອຍ.
ດ້ານການສົ່ງອອກຂອງ ສະຫະພາບເອີຣົບ (EU) ເຊິ່ງເປັນຜູ້ສະໜອງເຂົ້າສາລີລາຍໃຫຍ່ອັນດັບສອງຂອງໂລກ ຄາດວ່າຈະຫຼຸດລົງເປັນ
24 ລ້ານໂຕນໃນປີນີ້ ຫຼັງຈາກສົ່ງອອກສະເລ່ຍ 32,7 ລ້ານໂຕນໃນໄລຍະ 3 ລະດູການຜ່ານມາ. ໂດຍການສົ່ງອອກຄາດວ່າຈະຟື້ນຕົວເປັນ
30,7 ລ້ານໂຕນໃນປີໜ້າ. ການາດາ ເປັນຜູ້ສະໜອງເຂົ້າສາລີລາຍໃຫຍ່ອັນດັບສາມຂອງໂລກໃນປີນີ້, ມີທ່າອ່ຽງຈະສົ່ງອອກເພີ່ມຂຶ້ນ19%
ເມື່ອທຽບໃສ່ກັບຄ່າສະເລ່ຍ 26 ລ້ານໂຕນໃນຫຼາຍລະດູການທີ່ຜ່ານມາ ແລະ ຈະຫຼຸດລົງເປັນ 25,5 ລ້ານໂຕນໃນປີໜ້າ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/06/2025