ຍານສຳຫຼວດວັດແທກ ທ່ຽນເວີນ 2 ໄດ້ຮັບການຂົນສົ່ງ ຮອດເຂດຍິງສົ່ງ ຢ່າງສຳເລັດຜົນ
ກົມການບິນອະວະກາດແຫ່ງຊາດຈີນ ລາຍງານຂ່າວວ່າ: ພາຍຫຼັງໄດ້ສຳເລັດການຕິດຕັ້ງ, ການທົດລອງ ແລະ ວຽກງານອື່ນໆ ຢູ່ເຂດເຕັກ
ນິກ ຕາມແຜນການ ຢູ່ສູນສົ່ງດາວທຽມຊີ່ຊາງແລ້ວ, ວັນທີ 18 ພຶດສະພາ ຜ່ານມາ, ຍານສຳຫຼວດວັດແທກ ທ່ຽນເວີນ 2 ຂອງໂຄງການສຳຫຼວດ
ວັດແທກດາວເຄາະໄດ້ຮັບການຂົນສົ່ງໄປຮອດເຂດຍິງສົ່ງຢ່າງສຳເລັດຜົນ, ເຊິ່ງພາລະກິດຕໍ່ໄປຈະດຳເນີນການກວດກາສະມັດຕະພາບຕ່າງໆ, ການ
ທົດລອງຮ່ວມ ແລະ ວຽກງານອື່ນໆ ຕາມແຜນການ, ຄາດວ່າ, ຈະປະຕິບັດການຍິງສົ່ງໃນທ້າຍເດືອນພຶດສະພາ 2025 ນີ້.
ກ່ອນໜ້ານີ້, ຈະຫຼວດສົ່ງຍານ ຊາງເຈີ່ງ 3B ຍາວ110 ແມັດ ທີ່ປະຕິບັດພາລະກິດຍິງສົ່ງຍານອະວະກາດ ທ່ຽນເວີນ 2 ໄດ້ຂົນສົ່ງຈາກເຂດ
ເຕັກນິກເຂົ້າໃນເຂດຍິງສົ່ງໃນວັນທີ 14 ພຶດສະພາ ແລະໄດ້ສຳເລັດວຽກງານຕິດຕັ້ງ, ເຊື່ອມຈອດ ແລະ ວຽກກຽມພ້ອມອື່ນໆ.
ແຫຼ່ງທີ່ມາ: ຂກທ
ວັນທີ 22/05/2025