ສ ເກົາຫຼີ ຕັ້ງເປົ້າທີ່ຈະນຳເຕັກໂນໂລຊີໄຮໂດຼເຈນ ມາໃຊ້ໃນກອງທັບ
ສ ເກົາຫຼີ ມີຄວາມກ້າວໜ້າຄັ້ງສຳຄັນໃນການນຳເຕັກໂນໂລ ຊີໄຮໂດຼເຈນ ມາລວມເຂົ້າກັບ ປະຕິບັດການທາງການທະຫານ, ໂດຍ
ໂຄງການນີ້ມີເປົ້າໝາຍ ເພື່ອປັບປຸງປະສິດທິພາບໃນການປະຕິບັດ ແລະ ສອດຄ່ອງກັບເປົ້າໝາຍໃນໄລຍະຍາວ ໃນການຫຼຸດຜ່ອນການ
ປ່ອຍກາກບອນ ແລະ ສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ ໃນການພັດທະນາທີ່ສຳຄັນຂອງເຕັກໂນໂລຊີເຊັ່ນ ເຊື້ອໄຟໄຮໂດຼເຈນ ຈະ
ຊ່ວຍພິກໂສມກອງທັບ ສ ເກົາຫຼີ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກການລົງທຶນຈຳນວນມະຫາສາານຂອງລັດຖະບານ.
ລັດຖະບານ ສ ເກົາຫຼີ ກຳລັງສະໜັບສະໜູນການວິໄຈ ແລະ ພັດທະນາເຄື່ອງກຳເນີດໄຟຟ້າຄືເຊື້ອໄຟໄຮໂດຼເຈນ ເຊິ່ງມີສຽງລົບກວນ
ຕ່ຳ ແລະ ເໝາະສຳລັບປະຕິບັດການທາງການທະຫານພາກສະໜາມ, ກະຊວງການຄ້າ ອຸດສາຫະກຳ ແລະ ພະລັງງານໄດ້ປະກາດມອບເງິນ
ເກືອບ 3 ລ້ານໂດລາສະຫະລັດໃຫ້ກັບ ເກຍ ບໍລິສັດທີ່ຜະລິດເຄື່ອງຈັກສັນຊາດ ສ ເກົາຫຼີ ເພື່ອພັດທະນາເຄື່ອງກຳເນີດໄຟຟ້າເຊວເຊື້ອໄຟ
ໄຮໂດຼເຈນ ແບບພົກພາ, ເຄື່ອງກຳເນີດໄຟຟ້າປະເພດນີ້ ຈະມາແທນທີ່ເຄື່ອງຈັກກາຊວນ ເນື່ອງຈາກເຄື່ອງຈັກກາຊວນມີສຽງດັງ ແລະ ຜະ
ລິດຄວາມຮ້ອນຫຼາຍເກີນໄປເຊິ່ງອາດເປັນອັນຕະລາຍຕໍ່ຄວາມປອດໄພ.
ເຄື່ອງກຳເນີດໄຟຟ້າເຊວເຊື້ອໄຟ ສະດວກຕໍ່ການໃຊ້ງານໃນສະພາບແວດລ້ອມການປະຕິບັດການທາງທະຫານ. ກະຊວງປ້ອງກັນປະ
ເທດ ສ ເກົາຫຼີ ລະບຸວ່າ: ເຕັກໂນໂລຊີນີ້ ຍັງມີສັກກະຍາພາບໃນການໃຊ້ງານດ້ານພົນລະເຮືອນເຊັ່ນ: ການຮັບມືກັບໄພພິບັດ. ບໍລິສັດ
ເກຍໄດ້ນຳສະເໜີຍານພາຫະນະສຳລັບທຸກສະພາບພູມີປະເທດທີ່ໃຊ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/08/2024