
ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນ ອາຊຽນ
ດ້ວຍຂອບຂະໜາດ, ພື້ນ ຖານອຸດສາຫະກຳ, ໂຄງປະກອບປະຊາກອນ ແລະ ຕະຫຼາດບໍລະໂພກ ນັບມື້ນັບເປີດກວ້າງ, 5 ພື້ນຖານ
ເສດຖະກິດ ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟີລິບປິນ ພວມກຳນົດຄືນຖານະບົດບາດຢູ່ອາຊີຕາເວັນອອກ
ສ່ຽງໃຕ້ໃນແຜນທີ່ ທຶນທົ່ວໂລກກໍ່ຄືວົງຈອນເຕີບໂຕຕໍ່ໄປຂອງ ອາຊຽນ.
ໃນນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືໜຶ່ງໃນບັນດາກຳລັງໜູນຢ່າງແຮງທີ່ສຸດໃນການເຕີບໂຕເສດຖະກິດ. ນີ້ໄດ້ຮັບການຕີລາຄາຂອງນັກ
ເສດຖະກິດທົ່ວໂລກ Shan Saeed ຂຶ້ນກັບກຸ່ມບໍລິສັດເຕັກໂນໂລຢີອາສັງຫາລິມະສັບ IQI Juwai ຢູ່ມາເລເຊຍ. ຕາມທ່ານແລ້ວ,
ເສດຖະກິດ ຫວຽດນາມມີການເຕີບໂຕ 8,39% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ນຳການເຕີບໂຕໃນໄລຍະ 6 ເດືອນຕົ້ນປີ
2026 ຂຶ້ນເຖິງ 8,18%. ໃນຂະນະທີ່ການເຕີບໂຕຂອງ 4 ພື້ນຖານເສດຖະກິດຍັງເຫຼືອຕ່ຳກວ່າ 5,8%. ສານຢ່າງຈະແຈ້ງທີ່ວ່າ: ຫວຽດ
ນາມ ພວມກ້າວເຂົ້າສູ່ 6 ເດືອນທ້າຍປີ ດ້ວຍອັດຕາການເຕີບໂຕກະໂດດຂັ້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/08/2026