ຮາມາສ໌ ແລະ ຟາຕາ ປຶກສາຫາລືແຜນການແກ້ໄຂບັນຫາການປະທະກັນຢູ່ເຂດ ກາຊາ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 3 ພະຈິກ 2024 ນີ້ວ່າ: ວັນທີ 2 ພະຈິກ ຜ່ານມາ, ແຫຼ່ງຂ່າວຂອງ ອີ
ຢິບ ໄດ້ໃຫ້ຮູ້ວ່າ, ຜູ້ຕາງໜ້າຂະບວນການ ຟາຕາ ແລະ ກຳລັງ ຮາມາສ໌ ໄດ້ເລີ່ມດຳເນີນການພົບປະເຈລະຈາກັນຢູ່ ນະຄອນຫຼວງໄຄໂຣ
ເພື່ອບັນລຸໄດ້ຄວາມເປັນເອກະພາບພາຍໃນ ປາແລັດສະຕິນ, ກໍຄືການສະກັດກັ້ນການແຍກອອກຈາກເຂດຝັ່ງຕາເວັນຕົກແມ່ນ້ຳ ຊອກ
ດານີ.
ໃນການພົບປະ, 2 ຝ່າຍ ໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງຄະນະກຳມະການ ເພື່ອຕິດຕາມກວດກາບັນດາການເຄື່ອນໄຫວດ້ານ
ມະນຸດສະທຳ ແລະ ການກູ້ໄພຢູ່ເຂດ ກາຊາ ພາຍຫຼັງການປະທະກັນ. ຄາດວ່າ, ຄະນະກຳມະການດັ່ງກ່າວຈະຖືກສ້າງຕັ້ງຂຶ້ນຕາມລັດ
ຖະດຳລັດຂອງ ທ່ານ ມາມຸດ ອັບບາສ໌ (Mahmoud Abbas) ປະທານາທິບໍດີ ປາແລັດສະຕິນ, ໂດຍບໍ່ກ່ຽວກັບຂະບວນການໃດ.
ຂະບວນການ ຮາມາສ໌ ໄດ້ຢືນຢັນຫຼາຍຄັ້ງແລ້ວວ່າ, ທຸກບັນຫາທີ່ກ່ຽວຂ້ອງເຖິງການປະທະກັນ ຕ້ອງໄດ້ຮັບການແກ້ໄຂຢ່າງຮອບ
ດ້ານ, ລວມທັງເລື່ອງທີ່ ອິດສະຣາແອັນ ຕ້ອງຖອນກຳລັງທະຫານອອກຈາກເຂດກາຊາ, ແລກປ່ຽນນັກໂທດ ແລະ ເປີດທາງໃຫ້ຂະ
ບວນການເຄື່ອນໄຫວຊ່ວຍເຫຼືອດ້ານມະນຸດສະທຳເຂົ້າເຖິງເຂດທີ່ໄດ້ຮັບຜົນກະທົບຈາກການປະທະກັນ.
ແຫຼ່ງທີ່ມາ: ຂກທ
ວັນທີ 06/11/2024