ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງົບປະມານ​ປີ 2026 ຂອງ​ອາ​ເມ​ຣິ​ກາ​ ຫຼຸດ​ລົງ 7,6%


     ວັນ​ທີ 3 ພຶດສະພາ 2025 ລັດຖະບານ​ອາ​ເມ​ຣິ​ກາ ​ນຳ​ໂດຍ​ທ່ານ ໂດ​ນັນ ທຣຳ ໄດ້​ປະກາດ​ແຜນ​ງົບປະມານ​ປີ 2026 ໂດຍ​ຈະ​ຕັດ​ລາຍ​
ຈ່າຍ​ຂອງ​ລັດຖະບານ​ໃຫ້​ໜ້ອຍ​ລົງ​ຈຳນວນ 163 ຕື້​ໂດ​ລາ​ສະຫະລັດ.

     ຫ້ອງການ​ຄຸ້ມ​ຄອງ ແລະ ງົບປະມານ​ຂອງ​ທຳ​ນຽບ​ຂາວ​ກ່າວ​ວ່າ: ເມື່ອ​ທຽບໃສ່​ປີ 2025 ງົບປະມານ​ທີ່​ສະເໜີ​ສະບັບ​ເພີ່ມ​ລາຍ​ຈ່າຍ​ດ້ານ​
ການ​ປ້ອງ​ກັນ​ຊາດ 13%, ລາຍ​ຈ່າຍ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ເພີ່ມ​ຂຶ້ນ​ເກືອບ 65%, ລາຍ​ຈ່າຍ​ທີ່​ບໍ່​ແມ່ນ​ດ້ານ​ການ​ປ້ອງ​ກັນ​ຊາດ ແຕ່​ສາ
ມາດ​ນຳ​ໃຊ້​ໄດ້​ຢ່າງ​ເສລີ​ນັ້ນຖືກ​ຕັດ​ລົງ 23%. ທຳ​ນຽບ​ຂາວ​ສະເໜີ​ວ່າ: ງົບປະມານ​ປີ 2026 ຈະ​ຢູ່​ໃນ​ລະດັບ 1.700 ຕື້​ໂດ​ລາ ເຊິ່ງ​ໄດ້​ຫຼຸດ​ລົງ
7,6% ເມື່ອ​ທຽບໃສ່​ປີ 2025.

     ນອກຈາກ​ນີ້, ເຈົ້າໜ້າທີ່​ລະດັບ​ສູງ​ຂອງ​ຫ້ອງການ​ຄຸ້ມ​ຄອງ ແລະ ງົບປະມານໃຫ້​ຮູ້​ວ່າ: ມີ​ແຜນ​ຈະ​ສົ່ງ​ແຜນການ​ຍົກເລີກ​ການ​ຕັດ​ງົບປະ
ມານ​ຂອງກະຊວງ​ປະສິດທິພາບ​ຂອງ​ລັດຖະບານ ໃຫ້​ລັດ​ຖະ​ສະພາ ແລະ ຂໍ້​ສະເໜີດ້ານ​ສ່ວຍ​ສາ​ອາກອນ​ຈະ​ຖືກ​ລວມ​ເຂົ້າ​ໃນ​ງົບປະມານ​ສະ
ບັບ​ຄົບ​ຖ້ວນ​ໃນ​ທ້າຍ​ປີ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 06/05/2025