ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນະຄອນໂຮ່​ຈີ​ມິນ ນຳ​ໜ້າການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ໃນ​ທົ່ວ​ປະເທດ


     ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ​ ວັນ​ທີ 9 ກຸມພາ 2025 ນີ້​ວ່າ: ຕາມ​ຕາຕະລາງ​ຈັດ​ອັນ​ດັບ​ດັດຊະນີ​
ການ​ຫັນ​ເປັນ​ດີ​ຈີ​ຕອນ (DTI) ໂດຍ​ກະຊວງ​ຖະແຫຼງ​ຂ່າວ ແລະ ການ​ສື່ສານ ທີ່​ຫາ​ກໍ​ປະກາດ, ນະຄອນໂຮ່​ຈີ​ມິນ ສືບຕໍ່​ຖືກ​ຈັດ​ຢູ່​ອັນ​ດັບ​
ທີ 1 ກ່ຽວ​ກັບ​ດັດຊະນີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ວຍ​ລະບົບ​ຄົມມະນາຄົມ, ອິນ​ເຕີ​ເນັດ​ທີ່​ທັນ​ສະໄໝ, ການ​ປົກ​ຄຸມ​ໃນ​ວົງ​ກວ້າງ,
ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເຊື່ອມ​ຕໍ່, ແລກປ່ຽນ​ຂໍ້​ມູນ​ຂອງ​ປະຊາຊົນ ແລະ ວິ​ສາ​ຫະ​ກິດ​ຢ່າງ​ສຸດ​ຂີດ.

     ດ້ວຍ​ການ​ຜັນ​ຂະຫຍາຍ ໄອ​ພີ​ວີ 6 (IPv6), ກໍ່ສ້າງ​ເຄືອ​ຂ່າຍ​ສາຍ​ກາບ​ແສງ, ການ​ປົກ​ຄຸມ​ສັນຍານ​ມື​ຖື​ເຖິງ100% ໃນ​ບໍລິ ເວນ​ນະ
ຄອນ, ພ້ອມ​ທັງ​ຊຸກຍູ້​ການ​ພັດທະນາອິນ​ເຕີ​ເນັດ 5G ໄດ້​ສ້າງ​ສະຖານທີ່​ດີ​ຈີ​ຕອນເຊື່ອມ​ຕໍ່, ບໍ່​ມີ​ຂໍ້​ຈຳກັດ. ນະຄອນ​ໂຮ່​ຈີ​ມິນ ໄດ້​ພັດທະນາ
​ບັນດາ​ພື້ນຖານ​ດີ​ຈີ​ຕອນ​ໃຫຍ່, ຊ່ວຍ​ສ້າງ​ພື້ນຖານ​ຂໍ້​ມູນ​ເຊື່ອມ​ຕໍ່, ຄົບ​ຊຸດ ແລະ ເປັນ​ເອກະ​ພາບ.

ແຫຼ່ງທີ່ມາ: ຂກທ
ວັນທີ 11/02/2025