ອີຣັກ ມີແຜນຈະຊື້້ຍົນ Rafale ຈຳນວນ 12 ລຳ
ຍົນສູ້ຮົບລຸ້ນ Rafale
ສຳນັກຂ່າວເຈນລາຍງານໂດຍອີງຈາກແຫຼ່ງຂ່າວຂອງ ອີຣັກ ເມື່ອບໍ່ດົນມານີ້ວ່າ: ກະຊວງປ້ອງກັນປະເທດ ອີຣັກ ມີແຜນຈະຊື້ຍົນສູ້ຮົບ
ລຸ້ນ Rafale ຈຳນວນ 12 ລຳ ພ້ອມກັບລະບົບຣາດາ ພາກພື້ນດິນຈາກຝຣັ່ງ. ເຊິ່ງໂຄງການດັ່ງກ່າວຄາດວ່າຈະໃຊ້ງົບປະມານ 3,2 ພັນລ້ານ
ໂດລາສະຫະລັດ.
ທາງການ ອີຣັກ ໄດ້ຈັດສັນງົບປະມານເງິນມັດຈຳກ່ອນປະມານ 240 ລ້ານໂດລາສະຫະລັດ, ສ່ວນອີກສ່ວນໜຶ່ງທີ່ຍັງເຫຼືອຄາດວ່າຈະ
ຈ່າຍພາຍຫຼັງເປັນໄລຍະໆ, ແຕ່ການລາຍງານດັ່ງກ່າວບໍ່ໄດ້ລະບຸລາຍລະອຽດກ່ຽວກັບສະມັດທະພາບຂອງຍົນສູ້ຮົບລຸ້ນທີ່ຈະຈັດຊື້. ປັດຈຸບັນ
ອີຣັກ ຄ້ອນຂ້າງຫ່າງເຫີນອອກຈາກຕະຫຼາດອາວຸດສະຫະລັດອາເມຣິກາ ແລະ ໄປຊອກຈັດຊື້ອາວຸດຈາກປະເທດຕ່າງໆ ໃນໂລກເປັນຕົ້ນ
ແມ່ນ: ຈັດຊື້ ເຮລີກົບແຕລຸ້ນ H225M ຈຳນວນ 14 ລຳ ຈາກຝຣັ່ງ ແລະ ລະບົບປືນໃຫຍ່ຕໍ່ສູ້ທາງອາກາດຂອງ ສ ເກົາຫຼີ K-SAM 8 ແລະ
ອາດຈະຈັດຊື້ລະບົບປືນໃຫຍ່ຫຼາຍ ຊະນິດຈາກຫຼາຍປະເທດ.
ຂະນະນີ້, ອີຣັກ ມີຍົນສູ້ຮົບ F-16 ຈຳນວນໜຶ່ງປະຈຳການໃນກອງທັບແຕ່ ສະຫະລັດອາເມຣິກາ ບໍ່ຍອດຂາຍອະໄຫຼ່ບາງຈຳນວນໃຫ້
ເລີຍເຮັດໃຫ້ ອີຣັກ ຫັນໄປຈັດຊື້ຈາກປະເທດອື່ນແທນ.
ແຫຼ່ງທີ່ມາ: ຂກທ
ວັນທີ 24/12/2024