ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນັກ​ກິລາ​ເກືອບ 18.000 ຄົນ ເຂົ້າ​ຮ່ວມແຂ່ງຂັນແລ່ນ​ມາ​ຣາ​ທອນ
​ສາກົນ ມໍລະດົກ ຮ້າ​ລອງ 2026

     ມີ​ນັກ​ກິລາ​ປະມານ 18.000 ຄົນ, ໃນ​ນັ້ນ ມີ​ນັກ​ກິລາ​ສາກົນ 5.000 ຄົນ ເຂົ້າ​ຮ່ວມ​ການ​ແລ່ນ ມາ​ຣາ​ທອນ​ສາກົນ ມໍລະດົກ ຮ້າ​ລອງ
2026 ເຊິ່ງ​ຈະ​ຈັດ​ຂຶ້ນ ໃນ​ລະຫວ່າງ ວັນ​ທີ 20-22 ພະຈິກ ຈະ​ມາ​ເຖິງ​ຢູ່​ແຂວງ ກວ໋າງ​ນິງ ຂອງ ​ສສ ຫວຽນາມ.

     ຕາມ​ຂໍ້​ມູນ ໂດຍ​ຄະນະ​ຈັດ​ຕັ້ງ ປະກາດ​ທີ່​ການ​ປະຊຸມ​ຖະແຫຼງ​ຂ່າວ ວັນ​ທີ 2 ສິງຫາ, ການ​ແຂ່ງຂັນ​ປີ​ນີ້​ມີ ຈຳນວນ​ນັກ​ກິລາ​ສາກົນ​ເຂົ້າ​ຮ່ວມ
​ຫຼາຍທີ່​ສຸດ​ໃນ 11 ຄັ້ງ​ຜ່ານ​ມາ. ຈາກ​ນັ້ນ, ທ່ານ Hong Sun ປະທານ​ກິ​ຕິ​ມະ​ສັກ ສະມາຄົມ​ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ປະຈຳ ​ສສ ຫວຽດນາມ
(KO CHAM), ຕີ​ລາຄາ​ວ່າ: “ການ​ແລ່ນ ມາ​ຣາ​ທອນ ມໍລະດົກ ຮ້າ​ລອງ ແມ່ນ​ເຫດການ ສຳຄັນ​ທີ່​ເປັນ​ໜ້າ​ສົນໃຈ ສຳລັບ​ບັນດາ​ນັກ​ກິລາ​ແລ່ນ
​ຂອງ ສ.ເກົາຫຼີ ກໍຄືບັນດາ​ນັກ​ລົງທຶນ ສ.ເກົາຫຼີ. ການ​ແຂ່ງຂັນ​ຄັ້ງ​ນີ້ ໄດ້​ຕອບ​ສະໜອງ​ທັງ 3 ປັດ​ໄຈ ກ່ຽວ​ກັບ​ກິລາ, ວັດທະນະທຳ ແລະ ການ
ທ່ອງທ່ຽວ. ພ້ອມ​ທັງ ໂຄສະນາ​ເຜີນ​ແຜ່​ເຫດການ​ນີ້​ຢ່າງ​ກວ້າງ​ແຂວງ.

     ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ ສ.ເກົາຫຼີ ມາ ຮ້າ​ລອງ ແລະ ​ສສ ຫວຽດນາມ ຫຼາຍ​ກວ່າ ອີກ”. ໂດຍ​ສືບຕໍ່​ຜົນສຳເລັດ​ຂອງ​ການ
​ແຂ່ງຂັນ​ໃນ​ຊຸມ​ປີ​ກ່ອນໆ, ການ​ແຂ່ງຂັນ ມາ​ຣາ​ທອນ ສາກົນ​ມໍລະດົກ ຮ້າ​ລອງ ສືບຕໍ່​ຢັ້ງຢືນ​ອິດ​ທິ​ຜົນ​ຊື່​ສຽງ​ແມ່​ນານ​ແຂ່ງຂັນ​ແລ່ນ​ໜຶ່ງ​ດຽວ​ຢູ່ ​ສສ
ຫວຽດນາມ ທີ່​ສະຫະພັນ​ແລ່ນ ແລະ ລານ​ສາກົນ (World Athletics) ຮັບ​ຮູ້​ເປັນ​ການ​ແຂ່ງຂັນ​ລະ ດັບ​ສາກົນ - World Athletics Label
Road Race./.

ແຫຼ່ງທີ່ມາ: ຂກທ
ວັນທີ 25/08/2026