ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ​ປ​ຊ ຊົມ​ເຊີຍ​ລີ​ບັງ ​ແລະ ​ອິດ​ສະ​ຣາ​ແອນ ​​ທີ່ເພີ່ມ​ເວ​ລາ​ຢຸດ​ຍິງ

     ​​ວັນ​ທີ 17 ພຶດ​ສະ​ພາ ​ນີ້, ຫ້ອງ​ການ​ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ຫຼື ສ​ປ​ຊ ຖະ​ແຫຼງ​ວ່າ: ທ່ານ ອັນ​ໂຕ​ນີ​ໂອ
ກູ​ເຕີ​ເລດ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລີ​ບັງ​ ແລະ ​ອິດ​ສະ​ຣາ​ແອນ​​ ທີ່ແກ່​ຍາວ​ເວ​ລາ​​ຢຸດ​ຍິງ​
ອອກ​ໄປອີກ 45 ວັນ. ໃນ​ຖະ​ແຫຼງ​ຂອງ​ຫ້ອງ​ການ​ດັ່ງ​ກ່າວ​ລະ​ບຸ​ວ່າ: ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເລດ ກ່າວ​ຢ້ຳ​ວ່າ: ສ​ປ​ຊ ສະ​ໜັບ​ສະ​ໜູນ​
ທຸກຄວາມ​ພະ​ຍາ​ຍາມ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປໍ​ລະ​ປັກ​ກັນ, ຫຼຸດ​ຜ່ອນ​ຄວາມ​​ທຸກທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ​​ທັງ
ສອງ​ຝ​າກ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ລີ​ບັງ​ ແລະ​ ອິດ​ສະ​ຣາ​ແອນ.

     ທ່ານ ກູ​ເຕີ​ເລັ​ສ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຢຸດ​ຍິງ​ຢ່າງ​ເຕັມ​​ທີ່​ ແລະ ປະ​ຕິ​ບັດ​ຕາມ​ພັນ​ທະ​​ຂອງ​
ຕົນພາຍ​ໃຕ້ກົດ​ໝາຍ​ສາ​ກົນ​. ສ​ປ​ຊ ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ທັງ​ໝົດເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ເລກ​
ທີ່ 1701 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮອບ​ດ້ານ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/05/2026