ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ ອູ​ແກຼນ ຍື່ນ​ໃບ​ຄຳ​ຮ້ອງ​ລາ​ອອກ​ຈາກ​ຕຳແໜ່ງ

     ​ລາຍ​ງານ ວັນ​ທີ 16 ກໍລະ ກົດ ນີ້, ທ່ານ ເດ​ນີສ ​ສ​ະໄມ​ຮານ​ນາຍົກລັດຖະມົນຕີ ອູ​ແກຼນ ແຈ້ງ​ໃຫ້​ຊາບ​ວ່າ: ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ລາ​ອອກ​ຈາກ
​ຕຳແໜ່ງ, ການ​ກະທຳ​ດັ່ງກ່າວ​ໄດ້​ເປີດ​ທາງ​ໃຫ້​ ແກ່​ການ​ປະຕິ​ຮູບ​ຄະນະ​ລັດຖະບານ​ຊຸດໃໝ່, ເຊິ່ງ​ຄາດ​ວ່າ​ຈະ​ເລີ່ມ​ປະຕິບັດ​ພາຍ​ໃນ​ອາທິດ​ນີ້. ກ່ອນ
​ໜ້າ​ນັ້ນ, ສື່​ມວນ​ຊົນ ອູ​ແກຼນ ໄດ້​ນຳ​ສະເໜີ​ບັນດາ​ແຫຼ່ງ​ຂ່າວ​ຈາກ​ສະພາ​ແຫ່ງ​ຊາດ ແລະ ລັດຖະບານ. ເນື່ອງ​ຈາກ​ສະພາ​ແຫ່ງ​ຊາດ ຄາດ​ວ່າ: ຈະ​ຍົກ
ເລີກ​ອາຍຸ​ການ​ກັບລັດຖະບານປັດຈຸບັນ ໃນ​ວັນ​ທີ 16 ກໍລະກົດ ແລະ ແຕ່ງຕັ້ງ​ຄະນະ​ລັດຖະບານ​ໃໝ່​ໃນ​ວັນ​ທີ 17 ກໍລະກົດ​ນີ້. ຕາມ​ແຫຼ່ງ​ຂ່າວ​ຍັງ​
ໃຫ້​ຮູ້​ອີ​ກວ່າ: ປະທານາທິບໍດີ ອູ​ແກຼນ ໄດ້​ສະເໜີ​ທ່ານ​ນາງ ຢູ​ເລຍ ຊິ​ບຣີ​ ເດັນ​ໂກ ຮອງ​ນາຍົກລັດຖະມົນຕີ​ຜູ້​ທີ​ໜຶ່ງ ທັງ​ເປັນ​ລັດຖະມົນຕີ​ກະຊວງ
​ເສດຖະກິດ ຮັບ​ດຳລົງ​ຕຳແໜ່ງ​ເປັນ​ຜູ້ນຳ​ລັດຖະບານ​ຊຸດໃໝ່. ການ​ປະຕິ​ຮູບ​ຄະນະ​ລັດຖະບານ​ຄັ້ງ​ນີ້ ເພື່ອ​ແນໃສ່​ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​
ເສດຖະກິດ, ເປີດ​ກວ້າງ​ການ​ໜູນ​ຊ່ວຍ​ສັງຄົມ ແລະ ເພີ່ມ​ຂອບ​ຂະໜາດ​ການ​ຜະລິດ​ດ້ານ​ປ້ອງ​ກັນ​ຊາດ. ໃນ​ຖະແຫຼງການ​ອື່ນ​ທີ່​ໄດ້​ປະກາດ​ໃນ​ວັນ​
ດຽວ​ກັນ, ທ່ານ ຍັງ​ໄດ້​ກ່າວ​ອີ​ກວ່າ: ນີ້ຖື​ວ່າດ້ວຍ​ບັນດາ​ບົດຮຽນ​ ປະສົບ​ການ​ໃນ​ໄລຍະ​ເປັນ​ນາຍົກລັດຖະມົນຕີ, ທ່ານ ​ສ​ະໄມ​ຮານ ​ມີ​ບົດບາດ​ທີ່​ພົ້ນ​
ເດັ່ນ​ ແລະຈະ​ດໍາລົງຕຳແໜ່ງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຄົນໃໝ່.

ແຫຼ່ງທີ່ມາ: ຂກທ
ວັນທີ 22/07/2025