ສປຊ ຄາດຄະເນຈັງຫວະການເຕີບໂຕຂອງເສດຖະກິດໂລກ
ປີ 2025 ຈະຄົງຢູ່ໃນລະດັບເທົ່າກັນກັບປີ 2024
ວັນທີ 9 ມັງກອນ ຜ່ານມາ, ອົງການສະຫະປະຊາຊາດ ໄດ້ເປີດເຜີຍ “ສະຖານະການ ແລະ ການຄາດຄະເນເສດຖະກິດໂລກປີ 2025 “
ຫຼື WESP ໂດຍຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີ 2025 ຈະຮັກສາຢູ່ໃນລະດັບ 2,8% ເຊິ່ງເທົ່າກັບປີ 2024.
ເຖິງວ່າເສດຖະກິດໂລກ ໄດ້ປະກົດມີຄວາມໜຽວແໜ້ນພໍສົມຄວນ ແລະ ໄດ້ຜ່ານການທົດສອບຫຼາຍປະການ, ແຕ່ລະດັບການເຕີບໂຕຍັງ
ຕ່ຳກວ່າລະດັບສະເລ່ຍໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເປັນລະດັບ 3,2%, ສາເຫດຕົ້ນຕໍແມ່ນການລົງທຶນອ່ອນ
ແອ, ປະສິດທິພາບການຜະລິດຂາດກຳລັງເຕີບໂຕ ແລະ ໜີ້ສິນຢູ່ໃນລະດັບສູງ. ບົດລາຍງານ ຍັງໄດ້ລະບຸວ່າ: ອັດຕາເງິນເຟີ້ຕ່ຳລົງ ແລະ ນະໂຍ
ບາຍເງິນຕາທີ່ຜ່ອນຍານເປັນໄລຍະຍາວຂອງກຸ່ມເສດຖະກິດຕ່າງໆ ອາດຈະໄດ້ກະຕຸ້ນການເຄື່ອນໄຫວດ້ານເສດຖະກິດທົ່ວໂລກໃນປີ 2025 ໃນ
ລະດັບໃດໜຶ່ງ.
ແຕ່ຄວາມບໍ່ແນ່ນອນຍັງມີຫຼາຍຢ່າງ ເຊັ່ນ: ການປະທະກັນທາງການເມືອງພູມີພາກ, ສະຖານະການການຄ້າເຄັ່ງຕຶງຂຶ້ນຕື່ມອີກ ແລະ ຕົ້ນທຶນ
ການກູ້ຢືມເງິນສູງໃນຫຼາຍພາກພື້ນ ເຊິ່ງຈະເປັນສິ່ງທ້າທາຍ ທີ່ໃຫຍ່ເປັນພິເສດຕໍ່ປະເທດທີ່ມີລາຍຮັບຕ່ຳ ແລະ ປະເທດອ່ອນແອ, ປະເທດເຫຼົ່ານີ້
ຈະມີການເຕີບໂຕໃນລະດັບຕ່ຳ ແລະ ອ່ອນໄຫວ ເຊິ່ງຈະເປັນໄພຂົ່ມຂູ່ຕໍ່ຄວາມຄືບໜ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ແຫຼ່ງທີ່ມາ: ຂກທ
ວັນທີ 14/01/2025