ການຜະລິດອຸດສາຫະກຳຫວຽດນາມ ມີຫຼາຍຈຸດພົ້ນເດັ່ນ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 6 ສິງຫາ 2024 ນີ້ວ່າ: ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະ
ກົດ ຂອງລັດ ຖະບານຫວຽດນາມ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 05 ສິງຫາ ຜ່ານມາ, ຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານ ນາງ ຟາມ ທິ ທັງ ຮອງລັດ
ຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ສະພາບການຟື້ນຟູອຸດສາຫະກຳຂອງ ຫວຽດນາມ ໃນ 7 ເດືອນຜ່ານມາ ໄດ້ມີຫຼາຍ
ຈຸດພົ້ນເດັ່ນ.
ບັນດາດັດຊະນີທີ່ສຳຄັນລ້ວນແຕ່ມີການເຕີບໂຕຢ່າງແຮງ, ການຜະລິດອຸດສາຫະກຳສ່ວນໃຫຍ່ ແມ່ນບັນລຸໄດ້ລະດັບການເຕີບໂຕໃນວົງກວ້າງ
ຢູ່ 60/63 ທ້ອງຖິ່ນ ໃນເດືອນ ກໍລະກົດ. ທ່ານ ນາງ ຟາມ ທິ ທັງ ໄດ້ໃຫ້ຮູ້ວ່າ: “ ການຜະລິດອຸດສາຫະກຳພວມຟື້ນຟູຢ່າງແຮງ ເມື່ອທຽບໃສ່ປີ
2023 ແລະ ສືບຕໍ່ຮັກສາທ່າອ່ຽງຢ່າງຕັ້ງໜ້າ. ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດໄດ້ກັບຄືນສູ່ບົດບາດນຳພາການເຕີບໂຕ. ກຳລັງຄວາມສາມາດ
ໃນການຜະລິດຂອງບັນດາວິສາຫະກິດອຸດສາຫະກຳ ຢູ່ພາຍໃນປະເທດ ໄດ້ມີທ່າຟື້ນຟູຢ່າງຕັ້ງໜ້າ ແລະ ພ້ອມແລ້ວຈະນຳໃຊ້ບັນດາກາລະໂອກາດ
ທີ່ຕະຫຼາດໃໝ່ນຳມາໃຫ້ໃນໄລຍະຈະມາເຖິງ. ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດຜະລິດພາຍໃນປະເທດ ກໍຄືບັນດາວິສາຫະກິດຕ່າງປະ
ເທດ ພວມໄດ້ຮັບການປັບປຸງຢ່າງແຮງ ຍ້ອນມີບັນດາສັນຍານທີ່ຕັ້ງໜ້າຂອງການເຕີບໂຕທາງດ້ານການຜະລິດອຸດສາຫະກຳໃນຊຸມເດືອນຕົ້ນປີ ”.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/08/2024