ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ​ ກາ​​ນາດາ ຮຽກຮ້ອງ​ການ​ເລືອກ​ຕັ້ງ​ ທົ່ວ​ປະເທດ​ ​ໃນ​ເດືອນ ​ເມສາ ນີ້


ທ່ານ ມາກ ເຊີ​ເນ ນາຍົກລັດຖະມົນຕີ​ກາ​ນາ​ດາ

     ໃນ​ວັນ​ທີ 23 ມີນາ 2025 ນີ້: ທ່ານ ມາກ ເຊີ​ເນ ນາຍົກລັດຖະມົນຕີ​ກາ​ນາ​ດາ​ ຄົນ​ໃໝ່ ໄດ້​ຮຽກຮ້ອງ​ຈັດການ​ເລືອກ​ຕັ້ງ​ທົ່ວ​ປະເທດ
​ກ່ອນ​ກຳນົດ​ເວລາ​ໃນ​ວັນ​ທີ 28 ເມສາ 2025 ນີ້. ໃນ​ບົດ​ກ່າວ​ປາ​ໄສ​ ທ່ານ ມາກ ເຊີ​ເນ ໃຫ້​ຮູ້​ວ່າ: ໄດ້​ສະເໜີ​ໃຫ້​ທ່ານ ນາງ ມາ​ຣີ ໄຊ​ມອນ
ຜູ້​ມີ​ອຳນາດ​ເຕັມ​ຍຸບ​ສະພາ​ແຫ່ງ​ຊາດ ໃນ​ທ້າຍ​ເດືອນ​ເມສາ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ. ການ​ກະທຳ​ດັ່ງກ່າວ​ ດຳເນີນ​ໄປ​ໃນ​ສະພາບ​ການທີ່
ສາຍ​ພົວພັນ​ລະຫວ່າງ ກາ​​ນາດາ ແລະ ອາ​ເມ​ຣິ​ກາ ພວມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ເຊິ່ງ​ກ່ຽວຂ້ອງ​ເຖິງ​ບັນຫາ​ການ​ຄ້າ ແລະ ຄຳ​ຖະແຫຼງ​ຂອງ​ທ່ານປະ
ທານາທິບໍດີ​ອາ​ເມ​ຣິ​ກາ ຕໍ່​ເລື່ອງ​ຢາກ​ໂຮມກາ​ນາ​ດາ ເຂົ້າເປັນ​ລັດ​ໜຶ່ງ​ຂອງ ອາ​ເມ​ຣິ​ກາ.

     ນາຍົກລັດຖະມົນຕີ ກາ​ນາ​ດາ ​ກ່າວ​ຢ້ຳ​ວ່າ: ພວກ​ເຮົາ​ຕ້ອງ​ຜ່ານ​ຜ່າ​ວິ​ກິດ​ການ​ທີ່​ໃຫຍ່​ພໍ​ສົມຄວນ​ນັບຕັ້ງ​ແຕ່​ກ່ອນ​ ຈົນ​ມາ​ຮອດ​ປັດຈຸບັນ,
ຍ້ອນ​ບັນດາ​ການ​ກະທຳ​ດ້ານ​ການ​ຄ້າ​ບໍ່​ມີ​ຄວາມ​ຍຸຕິ​ທຳ. ວິທີ​ການ​ຮັບ​ມື​ຂອງ​ພວກ​ເຮົາ ແມ່ນ​ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເຂັ້ມແຂງ​ໃນ​ປະເທດ​
ທີ່​ມີ​ຄວາມ​ປອດ​ໄພ.

ແຫຼ່ງທີ່ມາ: ຂກທ
ວັນທີ 27/03/2025