
ໂອເປັກ-ບວກ ເຫັນດີເປັນເອກກະພາບ ຮັບການເພີ່ມປະລິມານນ້ຳມັນ

ກະຈາຍສຽງຫວຽດນາມ ລາຍງານໃນ ວັນທີ 3 ສິງຫາ 2025 ວ່າ: ອົງການບັນດາປະເທດ ສົ່ງອອກນໍ້າມັນ ແລະ ບັນດາຄູ່ຮ່ວມມື
(OPEC+) ໄດ້ເຫັນດີເປັນເອກະພາບຫຼັກການເພີ່ມປະລິມານນໍ້າມັນ ນັບແຕ່ເດືອນກັນຍາ. ການເຫັນດີເປັນເອກະພາບຫຼັກການເພີ່ມປະ
ລິມານນໍ້າມັນ ຕໍ່ໜ້າສະພາບການຄວາມວິຕົກກັງວົນຕໍ່ການຂາດວັກຂາດຕອນກ່ຽວກັບແຫຼ່ງສະໜອງນໍ້າມັນຈາກ ຣັດເຊຍ.
ຖະແຫຼງການຮ່ວມໂດຍ ອາຣາບີ ຊາອຸດິດ, ຣັດເຊຍ, ອີຣັກ, ສະຫະນະຄອນ ເອເມຣັດ ອາຣັບ (UAE), ກູເວດ, ກາຊັກ ສະຖານ,
ອານເຊຣີ ແລະ ໂອມັນ ໄດ້ເຫັນດີເປັນເອກະພາບໃນກອງ ປະຊຸມປະຈຳເດືອນ ໂດຍໃຫ້ຮູ້ວ່າ 8 ປະເທດນີ້ ຈະປະຕິບັດສຳເລັດ ການປັບປຸງ
ເພີ່ມປະລິມານຕື່ມອີກ 547.000 ຖັງຕໍ່ວັນໃນ ເດືອນ ກັນຍາ ເມື່ອທຽບໃສ່ກັບປະລິມານຄວາມຮຽກຮ້ອງຕ້ອງການຂອງ ເດືອນ ສິງຫາ.
ແຫຼ່ງທີ່ມາ: ຂກທ
ວັນທີ 07/08/2025