ຂໍ້ຕົກລົງສະບັບທຳອິດ ກ່ຽວກັບ ການສ້າງຕັ້ງ ເຂດກາຊາ ຄືນໃໝ່
ວັນທີ 11 ກຸມພາ 2025 ນີ້ວ່າ: ໃນບາດກ້າວສຳຄັນເພື່ອກ້າວໄປສູ່ການສ້າງ ຕັ້ງເຂດກາຊາ ຄືນໃໝ່, ຢູ່ນະຄອນຣາມາລາ (Ramallah)
ໂຄງການພັດທະນາຂອງສະຫະປະຊາຊາດ (UNDP) ພ້ອມກັບອົງການກໍ່ສ້າງ ອາຣັບ ແລະ ສາກົນຢູ່ ປາແລັດສະຕິນ ໄດ້ເຊັນບົດບັນທຶກ
ຄວາມເຂົ້າໃຈ(MoU) ລວມມູນ ຄ່າ 80 ລ້ານໂດລາ.
ສິ່ງດັ່ງກ່າວ, ຖືວ່າແມ່ນຂໍ້ຕົກລົງສ້າງຕັ້ງເຂດກາຊາ ຄືນໃໝ່ສະບັບທຳອິດ ນັບແຕ່ຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອນ ແລະ ຮາມາດສ໌ ມີ
ຜົນສັກສິດ. ລັດຖະບານຂອງ ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ ຄາດວ່າ: ການຜັນຂະຫຍາຍແຜນການສັງລວມໃນໄລຍະຈະມາເຖິງ
ລວມມີ 3 ໄລຍະ: ໂຄງການ 6 ເດືອນ ເພື່ອແກ້ໄຂສະພາບຮີບດ່ວນ, ແຜນການ 3 ປີ ຫັນປ່ຽນຈາກການສະໜັບສະໜູນໄປສູ່ການຟື້ນຟູເສດ
ຖະກິດ ແລະ ຍຸດທະສາດການສ້າງຕັ້ງຟື້ນຟູຄືນໃໝ່ຢ່າງຮອບດ້ານໄລຍະ 10 ປີ ໂດຍມີການຮ່ວມມືຂອງທະນາຄານໂລກ (WB), ສະຫະພາບ
ເອີຣົບ (ອີຢູ) ແລະ ສະຫະປະຊາຊາດ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/02/2025