ອັງກິດ ພ້ອມຈະສົ່ງກຳລັງທະຫານ ໄປອູແກຼນ
ທ່ານ ເຄຍ ສະຕາເມີ (Keir Starmer) ນາຍົກລັດຖະມົນຕີ ອັງກິດ
ວັນທີ 16 ກຸມພາ ຜ່ານມາ, ທ່ານ ເຄຍ ສະຕາເມີ (Keir Starmer) ນາຍົກລັດຖະມົນຕີ ອັງກິດ ໄດ້ຖະແຫຼງວ່າ: ອັງກິດ ພ້ອມ
ແລ້ວທີ່ຈະສົ່ງທະຫານໄປ ອູແກຼນ ຄືດັ່ງສ່ວນໜຶ່ງຂອງກຳລັງຮັກສາສັນຕິພາບສາກົນ ເພື່ອປະຕິບັດບໍ່ວ່າຂໍ້ຕົກລົງໃດ ທີ່ແນໃສ່ຢຸດຕິການປະ
ທະກັນລະຫວ່າງ ຣັດເຊຍ ແລະ ອູແກຼນ.
ໃນຖະແຫຼງການ, ທ່ານນາຍົກ ລັດຖະມົນຕີ ອັງກິດ ກ່າວວ່າ, ທ່ານບໍ່ຍົກອອກຂໍ້ຕົກລົງດັ່ງກ່າວແບບງ່າຍດາຍ, ແຕ່ການຜັນຂະຫຍາຍ
ກອງກຳລັງທະຫານ ເພື່ອສົ່ງເສີມການຮັກສາສັນຕິ ພາບຢ່າງຍາວນານຢູ່ ອູແກຼນ ແມ່ນສິ່ງຈຳເປັນໃນຈຸດເວລານີ້. ທ່ານກ່າວຕື່ມວ່າ: ອັງກິດ
ອາດສາມາດສວມບົດບາດພິເສດໃນການເປັນຂົວເຊື່ອມຕໍ່ລະຫວ່າງ ເອີຣົບ ແລະ ອາເມລິກາ ໃນວິວັດທະນາການສັນຕິພາບຢູ່ ອູແກຼນ.
ຖະແຫຼງການຂອງທ່ານ ເຄຍ ສະຕາເມີ ໄດ້ສ້າງຄວາມກົດດັນຕໍ່ບັນດາປະເທດສຳພັນທະມິດ ເອີຣົບ, ໂດຍສະເພາະແມ່ນ ເຢຍລະມັນ,
ໃນການເປີດເຜີຍການສະໜັບກຳລັງຮັກສາສັນຕິພາບຢູ່ ອູແກຼນ ທີ່ນຳໂດຍ ເອີຣົບ.
ແຫຼ່ງທີ່ມາ: ຂກທ
ວັນທີ 20/02/2025