ສານລັດຖະທຳມະນູນໄທ ຕັດສິນຍຸບພັກກ້າວໄກ
ວິທະຍຸ-ໂທລະພາບສູນກາງ ສປ ຈີນ ລາຍງານໃຫ້ຮູ້ໃນວັນທີ 8 ສິງຫາ 2024 ນີ້ວ່າ: ວັນທີ 7 ສິງຫາ ຜ່ານມາ, ສານລັດຖະທຳມະ
ນູນຂອງໄທ ໄດ້ຕັດສິນວ່າ: ພັກກ້າວໄກ ເຊິ່ງເປັນພັກໃຫຍ່ອັນດັບໜຶ່ງໃນສະພາລຸ່ມ ແລະ ໄດ້ອອກການປັບປຸງຂໍ້ກຳນົດ ມາດຕາ 112
ຂອງກົດໝາຍອາຍາ ( ຄື: ໂທດລ່ວງເກີນເຈົ້າຊີວິດ ) ໃນໄລຍະເຂົ້າຮ່ວມການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນເມື່ອປີກາຍນີ້ ເຊິ່ງການກະທຳດັ່ງ
ກ່າວ ໄດ້ຝ່າຝືນລັດຖະທຳມະນູນໄທ. ສະນັ້ນ, ຈຶ່ງຕັດສິນຍຸບພັກກ້າວໄກ, ຫ້າມບໍ່ໃຫ້ຄະນະກຳມະການບໍລິຫານງານພັກດັ່ງກ່າວ ຫຍຸ້ງ
ກ່ຽວກັບວຽກງານການເມືອງເປັນເວລາ 10 ປີ.
ສານລັດຖະທຳມະນູນໄທເຫັນວ່າ, ມີຫຼັກຖານຢືນຢັນວ່າ, ໃນເວລາເຂົ້າຮ່ວມການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນປີກາຍນີ້, ພັກກ້າວ
ໄກໃຫ້ຄຳໝັ້ນສັນຍາວ່າຈະປັບປຸງຂໍ້ກຳນົດ ມາດຕາ 112 ຂອງກົດໝາຍອາຍາ ເພື່ອຍາດແຍ່ງເອົາຄະແນນເລືອກຕັ້ງ, ການກະທຳດັ່ງກ່າວ
ມີເຈຕະນາຢາກໂຄ່ນລົ້ມອຳນາດການປົກຄອງ ທີ່ຖືເຈົ້າຊີວິດເປັນປະມຸກຂອງປະເທດ, ເປັນການກະທຳທີ່ໄດ້ຝ່າຝືນ ລັດຖະທຳມະນູນ,
ສານລັດຖະທຳມະນູນຈຶ່ງຕັດສິນຍຸບພັກກ້າວໄກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/08/2024