ທ່ານ ສີ ຈິ້ນຜິງ ພົບປະກັບ ປະທານາທິບໍດີ ນີເຊຣີ
ໂທລະພາບ ແຫ່ງ ສປ ຈີນ ລາຍງານວັນທີ 3 ກັນຍາ ນີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີ ຈິ້ນຜິງ ປະ
ທານປະເທດຈີນ ໄດ້ພົບປະກັບ ທ່ານ ໂບລາ ຕີນູບູ ປະທານາທິບໍດີ ນີເຊຣີ ໃນໂອກາດທີ່ທ່ານ ເດີນທາງມາຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດ
ຍອດຂອງເວທີປຶກສາຫາລືການຮ່ວມມື ຈີນ-ອາຟຣິກາ ພ້ອມທັງຢ້ຽມ ຢາມຈີນທາງລັດຖະກິດ. ທ່ານ ສີ ຈິ້ນຜິງ ຊີ້ອອກວ່າ: ໃນຊຸມປີຜ່ານມາ
ນີ້, ຈີນ ແລະ ນີເຊຣີ ໄດ້ຮ່ວມກັນດຳເນີນໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດ ແລະ ມີລັກສະນະສາທິດຈຳນວນຫຼາຍ ໃນຂອບເວທີປຶກ
ສາຫາລືການຮ່ວມມື ຈີນ-ອາຟຣິກາ. ຈີນ ພວມລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ ເຊິ່ງຈະສ້າງ
ໂອກາດໃຫ້ແກ່ການພັດທະນາສາຍພົວພັນ ລະຫວ່າງສອງປະເທດຫຼາຍກວ່າເກົ່າ. ສອງຝ່າຍຈະຮ່ວມມືກັນດ້ວຍຄຸນນະພາບສູງ ເພື່ອບັນລຸການ
ຫັນເປັນທັນສະໄໝຮ່ວມກັນ ແລະ ຊຸກຍູ້ໃຫ້ສາຍພົວພັນ ລະຫວ່າງ ສອງປະເທດພັດທະນາກ້າວຂຶ້ນຫຼາຍກວ່າເກົ່າ. ທ່ານ ໂບລາ ຕີນູບູ ກ່າວວ່າ:
ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ ໄດ້ຮັບຜົນງານອັນຍິ່ງໃຫຍ່, ປັດຈຸບັນ, ນີເຊຣີ ພວມຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍ
ນອກເຊັ່ນດຽວກັນ, ນີເຊຣີ ແລະ ຈີນ ລົງເລິກການຮ່ວມມືດ້ານເສດຖະກິດ ແລະ ພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແມ່ນມີ
ຄວາມສຳຄັນເປັນຢ່າງຍິ່ງຕໍ່ການພັດທະນາໃນອະນາຄົດຂອງນີເຊຣີ. ນີເຊຣີ ຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ ນີເຊຣີ ຫຼາຍກວ່າເກົ່າ.
ແຫຼ່ງທີ່ມາ: ຂກທ
ວັນທີ 05/09/2024