ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ຈະ​ໃຫ້ການ​ຊ່ວຍເຫຼືອ​ຕໍ່​ປະເທດ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ແຜ່ນດິນ​ໄຫວ​ມຽນ​ມາ


ທ່ານ ອັນໂຕ​ນີ​ໂອ ກູ​ເຕີ​ເຣ​​ສ ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ

     ວັນ​ທີ 28 ມີນາ 2025 ນີ້, ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ (​ສປຊ) ທີ່​ນະຄອນ​ນິວ​ຢອກ​ຂອງ​ອາ​ເມ​ຣິ​ກາ, ທ່ານ ອັນໂຕ​
ນີ​ໂອ ກູ​ເຕີ​ເຣ​​ສ ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ໄດ້​ສະແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ແຜ່ນດິນ​ໄຫວ​ຢູ່​ມຽນ​ມາ, ພ້ອມ​ທັງ​ສະແດງ​ຄວາມ
​ເຫັນໃຈ​ຕໍ່​ລັດຖະບານ ແລະ ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ແຜ່ນດິນ​ໄຫວ​ຄັ້ງ​ນີ້​ໃນ​ພາກ​ພື້ນ​ອາຊີ​ຕາເວັນ​ອອກສຽງ​ໃຕ້.

     ທ່ານ ກູ​ເຕີ​ເຣ​​ສ ຢືນຢັນ​ວ່າ: ພາກສ່ວນ​ຕ່າງໆ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປຸກລະດົມ​ການເຄື່ອນໄຫວ​ຕ່າງໆ ແລະ ພ້ອມ​ທີ່​ຈະ​ໃຫ້
ການ​ຊ່ວຍເຫຼືອ​ຕໍ່​ປະເທດ ແລະ ປະຊາຊົນ​ທີ່​ມີ​ຄວາມ​ຕ້ອງການ. ທ່ານ ທອມ ເຟຼັດ​ເຊີ ຮອງ​ເລຂາທິການ​ໃຫຍ່ ​ສປຊ ທີ່​ຮັບຜິດຊອບ​ວຽກ​ງານ​
ມະນຸດສະທຳ ທັງ​ເປັນ​ຜູ້​ປະສານ​ງານ​ວຽງ​ງານ​ບັນເທົາ​ທຸກ​ສຸກ​ເສີນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຢືນຢັນ​ຜ່ານ​ສື່​ສັງຄົມ​ອອນ​ໄລ​ວ່າ: ພາຍ
​ໃຕ້​ການ​ສະໜັບສະໜູນ​ຈາກ​ເຄືອ​ຂ່າຍ​ກູ້​ໄພ​ສຸກ​ເສີນ​ຂ້າມ​ປະເທດ, ຄະນະ​ແກ້​ໄຂ​ວິ​ກິດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຢູ່​ມຽນ​ມາ ພວມ​
ຮັບ​ມື​ກັບ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ຄັ້ງ​ນີ້​ຢ່າງ​ວ່ອງໄວ. ຖ້າ​ມີ​ຄວາມ​ຕ້ອງການ, ອົງການ​ສະຫະ​ປະຊາ​ຊາດ​ຈະ​ນຳ​ໃຊ້​ກອງ​ທຶນ​ສຸກ​ເສີນ​ສູນ​ກາງ​ເພື່ອ​
ສະໜັບສະໜູນ​ການ​ກູ້​ໄພ.

ແຫຼ່ງທີ່ມາ: ຂກທ
ວັນທີ 01/04/2025