ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​ປັບປຸງ​ມາດ​ຕະການ​ເພີ່ມ​ພາສີ​ ຕໍ່​ສິນຄ້າ​ອາ​ເມ​ຣິ​ກາ


     ໂທລະພາບ​ແຫ່ງ ​ສປ ຈີນ ລາຍ​ງານ​ໃນ​ວັນ​ທີ 12 ພຶດສະພາ 2025 ວ່າ: ອາ​ເມ​ຣິ​ກາ​ໄດ້​ອອກ​ຄຳ​ສັ່ງ​ຝ່າຍ​ບໍລິຫານ​ໂດຍ​ປະກາດ​ປັບປຸງ​ມາດ​
ຕະການ​ເພີ່ມ​ພາສີ​ຕໍ່​ສິນຄ້າ​ນຳ​ເຂົ້າ​ຈາກ​ຈີນ​ເລີ່ມ​ແຕ່​ເວລາ 00 ໂມງ 1 ນາທີ ຂອງ​ວັນທີ 14 ພຶດສະພາ 2025 ຕາມ​ເວລາ​ພາກ​ຕາເວັນອອກຂອງ
ສະຫະລັດ​ອາເມ​ຣິ​ກາ ເປັນຕົ້ນ​ໄປ.

     ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ເຫັນດີ​ເປັນ​ເອກະ​ພາບ​ກັນ​ທີ່​ຕົກລົງ ​ກັນ​ໃນ​ການ​ພົບ​ປະ​ເຈລະຈາ​ຂັ້ນ ​ສູງ​ກ່ຽວ​ກັບ​ເສດຖະກິດ​ການ​ຄ້າ​ ສປຈີນ-ສະ
ຫະລັດ, ຄະນະ​ກຳ ມະການ​ລະບຽບ​ການ​ພາສີ​ຂອງ​ ລັດຖະບານ​ຈີນ​ໄດ້​ອອກ​ປະກາດ​ແຈ້ງ​ການ​ໃນ​ວັນ​ທີ 13 ພຶດສະພາ 2025 ວ່າ: ຈີນ​ຈະ​ປັບ
ປຸງ​ມາດຕະການ​ເພີ່ມ​ພາສີ​ຕໍ່​ສິນຄ້າ​ທີ່​ນຳ​ ເຂົ້າ​ຈາກ​ສະຫະລັດອາ​ເມ​ຣິ​ກາ ເລີ່ມ​ແຕ່​ເວລາ 00 ໂມງ 1 ນາທີ​ ຂອງ​ວັນ​ທີ 14 ພຶດສະພາ2025 ເປັນ
ຕົ້ນ​ໄປ. ການ​ທີ່​ຈີນ ແລະ ອາ​ເມ​ຣິ​ກາ ​ປັບ​ຫຼຸດ​ພາສີ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ຕ່ຳ​ລົງ​ຢ່າງ​ຫຼວງຫຼາຍ​ໃນ​ຄັ້ງ​ນີ້​ແມ່ນ​ສອດຄ່ອງ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ຜູ້​
ຜະລິດ ແລະ ຜູ້​ບໍລິໂພກ​ທັງ​ສອງ​ປະເທດ, ມີ​ຜົນ​ດີ​ຕໍ່​ການ​ແລກປ່ຽນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະເທດ ສປ ຈີນ-ສະຫະລັດອາ​ເມ​ຣິ​
ກາ ກໍ​ຄື ມີ​ຜົນ​ດີ​ຕໍ່​ເສດຖະກິດ​ໂລກ.

     ນອກ​ນີ້, ສຳລັບ​ມາດ​ຕະການ​ອື່ນໆ​ທີ່​ບໍ່​ກ່ຽວຂ້ອງ​ກັບ​ພາສີ​ເພື່ອ​ຕອບ​ໂຕ້​ ສະຫະລັດອາ​ເມ​ຣິ​ກາ​ ຂຶ້ນ​ພາສີ​ພາຍຫຼັງ​ວັນ​ທີ 2 ເມສາ ຜ່ານ​ມາ​ນີ້,
ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ ສປ ​ຈີນ​ຈະ​ຍຸດຕິ​ເປັນ​ການ​ຊົ່ວຄາວ ຫຼື ຍົກເລີກ​ໄປ​ຄຽງ​ຄູ່​ກັນ​ໃນ​ໄວໆ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 19/05/2025