ອາເມຣິກາ ສືບຕໍ່ບຸກໂຈມຕີ ທາງອາກາດໃສ່ ເຢເມນ
ວັນທີ 19 ມີນາ 2025 ນີ້, ກອງກຳລັງຮູຕີຢູ່ ເຢເມນ ເປີດເຜີຍວ່າ: ກອງທັບ ອາເມຣິກາ ຫາກໍ່ດຳເນີນການບຸກໂຈມຕີທາງອາກາດຢ່າງ
ໜ້ອຍ 2 ຄັ້ງໃສ່ເຢເມນ ເປັນຄ່ຳຄືນທີ 2 ລຽນຕິດທີ່ບຸກໂຈມຕີ.
ຕາມຊ່ອງຂ່າວໂທລະພາບ Al Masirah ຂອງ ຮູຕີ ລາຍງານວ່າ 2 ບັ້ນບຸກໂຈມຕີຫຼ້າສຸດຂອງກອງທັບອາເມຣິກາ ແນໃສ່ນະຄອນທ່າ
ກຳປັ່ນ Hodeidah ເຊິ່ງແມ່ນໜຶ່ງໃນບັນດາເຂດຕົວເມືອງທີ່ມີຄວາມສຳຄັນທີ່ສຸດຢູ່ ເຢເມນ ໂດຍກຳລັງ ຮູຕີ ພວມຄວບຄຸມສະຖານະການ.
ແຫຼ່ງຂ່າວບໍ່ເປີດເຜີຍໃຫ້ຮູ້ວ່າ: ມີ 53 ຄົນເສຍຊີວິດ ແລະ 98 ຄົນຮັບບາດເຈັບ ຈາກການໂຈມຕີຂອງກຳລັງທະຫານອາກາດ ອາເມຣິກາ.
ເຖິງຢ່າງໃດກໍຕາມ ກຸ່ມຮູຕີ ຖະແຫຼງວ່າໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບ ແນໃສ່ກຸ່ມກຳປັ່ນສູ້ຮົບ
ບັນທຸກເຮືອບິນ USS Harry Truman ຂອງອາເມຣິກາ ຢູ່ທະເລແດງ. ກອງທັບອາເມຣິກາ ຍັງບໍ່ອອກຄຳເຫັນເປັນທາງການກ່ຽວກັບບັນ
ດາບັ້ນບຸກໂຈມຕີທາງອາກາດໃສ່ ເຢເມນ ກໍຄື ເລື່ອງກຸ່ມກຳປັ່ນສູ້ຮົບບັນທຸກເຮືອບິນ USS Harry Truman ທີ່ຖືກ ຮູຕີ ບຸກໂຈມຕີເທື່ອ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/03/2025