ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເນ​ປານ ກຽມ​ໃຫ້ການ​ຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນຳ​ຖ້ວມ

     ຂ່າວສານ​ຊິນ​ຮວາ​ຂອງ ​ຈີນ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 30 ກັນຍາ 2024 ນີ້​ວ່າ: ລັດຖະບານ​ເນ​ປານ ໄດ້​ເຫັນ​ດີ​ໃຫ້​ເງິນ​ຊ່ວຍເຫຼືອ​ຊົດ​ເຊີຍແກ່​
ຄອບຄົວ​ຂອງ​ປະຊາຊົນ​ທີ່​ສູນ​ເສຍ​ສະມາຊິກ​ໃນ​ຄອບຄົວ ແລະ ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນຳ​ຖ້ວມ ແລະ ດິນ​ເຈື່ອນໃນ​ອາທິດ​ຜ່ານ​ມາ ຄອບຄົວ
​ລະ​ປະມານ 1.500 ໂດ​ລາ​ສະຫະລັດ. ພາຍຫຼັງ​ທີ່​ມີ​ລາຍ​ງານຍອດ​ຜູ້​ເສຍ​ຊີວິດ​ຈາກ​ເຫດການ​ດັ່ງກ່າວເພີ່ມ​ຂຶ້ນ​ເຖິງ 205 ຄົນ ແລະ ຫາຍ​ສາບ​ສູນ​
ອີກ​ຫຼາຍ​ຄົນ. ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ຄະນະ​ລັດ​ຖະ​ບານ​ເນ​ປານ ໄດ້​ຈັດ​ສັນ​ເງິນ​ຊົດ​ເຊີຍໃຫ້​ກັບ​ກອງ​ທຶນ​ຊ່ວຍເຫຼືອ​ບັນເທົາ​ທຸກ​ໄພພິບັດ ເປັນ​ຈຳນວນ​
ເງິນ​ເກືອບ 7,5 ລ້ານ​ໂດ​ລາ​ສະຫະລັດ. ຕຳຫຼວດ​ເນ​ປານ ໄດ້​ໃຫ້​ຮູ້​ໃນ​ຕອນ​ແລງ​ຂອງ​ວັນ​ທີ 30 ກັນຍາ ທີ່​ຜານ​ມາ​ວ່າ: ເຫດ​ຝົນຕົກ​ໜັກຈົນເກີດ​
ໄພ​ນ້ຳ​ຖ້ວມ ໄດ້​ເຮັດ​ໃຫ້​ມີ​ຜູ້​ສູນຫາຍ ​ຈຳນວນ 24 ຄົນ ແລະ ໄດ້​ຮັບ​ບາດເຈັບ​ອີກ 130 ຄົນ. ປັດຈຸບັນ, ໜ່ວຍ​ງານ​ກູ້​ໄພຍັງ​ຄົງ​ສືບຕໍ່​ດຳເນີນ​ການ​
ຊ່ວຍເຫຼືອ ແລະ ຄົ້ນ​ຫາ​ຜູ້​ຫາຍ​ສາບ​ສູນ.

ແຫຼ່ງທີ່ມາ: ຂກທ
ວັນທີ 02/10/2024