ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດ​ ອາ​ເມ​ຣິ​ກາ-ສປ ຈີນ ເລີ່ມດຳເນີນ​ການ​ເຈລະຈາ​ດ້ານ​ການ​ຄ້າ


     ວັນ​ທີ 12 ພຶດສະພາ 2025 ສະຫະລັດ​ ອາ​ເມ​ຣິ​ກາ ແລະ ​ສປ ຈີນ ໄດ້​ເລີ່ມ​ດຳເນີນ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ບັນ ດາ​ບັນຫາ​ເສດຖະກິດ
ແລະ ການ​ຄ້າ​ໃນ​ວັນ​ທີ 10 ພຶດສະພາ 2025 ທີ່ປະເທດ ສະ​ວິດ.

     ຄະນະ​ຜູ້​ແທນ ສະຫະລັດ ​ອາ​ເມ​ຣິ​ກາ​ ນຳ​ໂດຍ ທ່ານ ສະ​​ກ​ອັດ ແບດ​ເຊັນ ລັດຖະມົນຕີ​ກະຊວງ​ການ​ເງິນ​ ອາ​ເມ​ຣິ​ກາ, ຝ່າຍ ​ສປ ຈີນ ນຳ​
ໂດຍ ທ່ານ ຮາ​ລີ​ເຟິງ ຮອງ​ນາຍົກລັດຖະມົນຕີ, ຜູ້​ຮັບຜິດຊອບ​ບັນດາ​ບັນຫາ​ເສດຖະກິດ ແລະ ການ​ຄ້າ ຈີນ-ອາ​ເມ​ຣິ​ກາ. ນີ້​ແມ່ນ​ການ​ພົບ​ປະ​
ໂດຍ​ກົງ​ຄັ້ງ​ທຳ​ອິດ​ລະຫວ່າງ 2 ຄະນະ​ຜູ້​ແທນ​ຂອງ 2 ປະເທດ ນັບ​ແຕ່ ທ່ານ ໂດ​ນັນ ທຣຳ ປະທາ ນາທິບໍດີ ສະຫະລັດ ອາ​ເມ​ຣິ​ກາ ຈັດ​ວາງ​ພາ
ສີ​ອາກອນ​ຕໍ່​ສິນຄ້າ​ຂອງ ຈີນ ແລະ ຫຼາຍ​ປະເທດ​ທົ່ວ​ໂລກ.

     ໃນ​ຖະແຫຼງການ​ທີ່​ໄດ້​ຍົກ​ອອກ​ມາ​ກ່ອນ​ດຳເນີນ​ການ​ເຈລະຈາ, ທ່ານ ໂດ​ນັນ ທຣຳ ໄດ້​ເປີດເຜີຍ​ວ່າ, ສະຫະລັດ ​ອາ​ເມ​ຣິ​ກາ ອາດ​ຈະ​ຫຼຸດ
ຜ່ອນ​ພາສີ​ໃຫ້​ແກ່ ຈີນ ລົງ​ຢູ່ໃນລະດັບ 80%, ລະດັບ​ທີ່​ທ່ານ​ຖື​ວ່າ​ມີຄວາມ​ເໝາະ​ສົມ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/05/2025