ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳ ສະຫະລັດ ອາ​ເມ​ຣິ​ກາ-ຣັດ​ເຊຍ ຊອກ​ຫາ​ບາດກ້າວ​ ບຸກ​ທະລຸ​ ໃຫ້​ແກ່​ຂໍ້​ຕົກລົງ​ຢຸດ​ຍິງ


     ວັນ​ທີ 21 ພຶດສະພາ 2025 ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ສະຫະລັດ ອາ​ເມ​ຣິ​ກາ ໄດ້​ໂອ້​ລົມທາງ​ໂທລະສັບ​ກັບ ທ່ານ ວະ​ລາ​ດີ​ເມຍ
ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ ແກ່ຍາວເປັນ​ເວລາ ຫຼາຍ​ກວ່າ 2 ຊົ່ວໂມງ ໂດຍ​ການ​ປຶກສາ​ຫາລື​ທາງ​ການ​ທູດ​ຫລ້າ​ສຸດລະຫວ່າງ ສະຫະລັດ ອາ​
ເມ​ຣິ​ກາ ແລະ ຣັດ​ເຊຍ ໃນ​ຄວາມ​ມານະ​ພະຍາຍາມຊອກ​ຫາ​ມາດ​ຕະການ ເພ​​ື່ອ​ຢຸດຕິການ​ປະ​ທະ​ກັນລະຫວ່າງ ຣັດ​ເຊຍ-ອູແກຣນ ເຊິ່ງ​ໄດ້​
ກ້າວ​ເຂົ້າ​ສູ່ ປີ​ທີ 4 ແລ້ວ.

     ແຫ່ງ​ຂ່າວ​ໃຫ້​ຮູ້​ວ່າ: ພາຍຫຼັງ​ສິ້ນ​ສຸດ ການ​ໂອ້​ລົມ​ທາງ​ໂທລະສັບ, ທ່ານ ປະທານາທິບໍດີ ສະຫະລັດອາ​ເມ​ຣິ​ກາ ໃຫ້​ຮູ້​ວ່າ: ເຊື່ອ​ໝັ້ນ​ວ່າທຸກ​
ບັນຫາ ແມ່ນ​ດຳເນີນ​ໄປ​ເປັນ​ຢ່າງ​ດີ. ຣັດ​ເຊຍ ແລະ ອູ​ແກຣນ ຈະ​ເລີ່ມ​ການ​ເຈລະຈາ ໂດຍ​ທັນທີ ມຸ່ງ​ໄປ​ເຖິງ​ຄຳ​ສັ່ງ​ຢຸດ ຍິງ ແລະ ສຳຄັນ​ກວ່າ​ແມ່ນ​
ຢຸດ ຕິ​ສົງຄາມ. ບັນດາ​ການ​ຕີ​ລາຄາ​ເບື້ອງ​ຕົ້ນ ສະແດງ​ໃຫ້​ເຫັນ​ວ່າ: ເຖິງ​ວ່າການ​ນຳ​ທັງ ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ລ້ວນ​ແຕ່ຍົກ​ອອກ
​ບັນດາ​ຖະແຫຼງການທີ່​ຕັ້ງໜ້າ ແຕ່​ສ່ວນ​ຫຼາຍພຽງ​ເຫັນ​ແຈ້ງ​ອີກ​ບາດກ້າວ​ໜຶ່ງ ໃນ​ວິວັດ​ການ​ເຈລະຈາ ແລະ ບໍ່​ບັນລຸ​ໄດ້ໝາກຜົນລະອຽດ​ໃດໆ.

     ໃນ​ວົງ ​ການ​ສື່​ມວນ​ຊົນ, ທ່ານ ປູ​ຕິນ ໄດ້​ສະແດງ​ຄວາມ​ເຫັນ​ດີ​ຕໍ່ ທ່ານ ປະທານາທິບໍດີ ສະຫະລັດ ອາ​ເມ​ຣິ​ກາ ຍ້ອນ​ໄດ້​ມີ​ການ​ສະໜັບສະ
ໜູນ ໃນ​ການ​ເຊື່ອມ​ຕໍ່​ຄືນ​ບັນດາ ການ​ເຈລະຈາໂດຍ​ກົງລະຫວ່າງ ຣັດ​ເຊຍ ແລະ ອູ​ແກຣນ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/05/2025