ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຫວາງ​ຢີ້ ພົບ​ປະ​ກັບ​ເລຂາທິການ​ໃຫຍ່​ ອົງການ​ສະຫະ​ປະຊາ​ຊາດ

     ວິທະຍຸ​ໂທລະພາບ​ສູນ​ກາງ ​ຈີນ ໄດ້​ເຜີຍ​ແຜ່​ວັນ​ທີ 28 ກັນຍາ 2024 ນີ້​ວ່າ: ທ່ານ ຫວາງ​ຢີ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ຄອມ​
ມູ​ນິດ​ ຈີນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ ອັນໂຕ​ນີ​ໂອ ກູ​ເຕີ​ເລັສ ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ
ໃນ​ໄລຍະຈັດ​ ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ ຄັ້ງ​ທີ 79 ຢູ່​ນະຄອນ​ນິວ​ຢອກ​ຂອງ​ອາ​ເມ​ຣິ​ກາ ແລະ ກ່າວ​ວ່າ ຈີນ ຍິນ​ດີ​
ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອົງການ​ສະຫະ​ປະຊາ​ຊາດ, ຊຸກຍູ້​ວຽກ​ງານ​ສັນຕິພາບ​ ແລະ ​ການ​ພັດທະນາ​ຂອງ​ໂລກ. ທ່ານ ຫວາງ​ຢີ້ ກ່າວ​ວ່າ: ສະ
ຖານະ​ການ​ສາກົນ​ຍິ່ງ​ມີ​ຄວາມ​ສັບສົນ, ຄວາມ​ສ່ຽງ ແລະ​ ສິ່ງ​ທ້າ​ທາຍ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ກໍ່​ຍິ່ງ​ພົ້ນ​ອອກ​ມາ, ສະນັ້ນ​ຕ້ອງ​ປົກ​ປັກ​ຮັກສາ​ອິດ
​ທິ​ພົນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ເສີມ​ຂະຫຍາຍ​ບົດບາດ​ໃຈ​ກາງຂອງ​ອົງການ​ສະຫະ​ປະຊາ​ຊາດ. ຈີນ​ຈະ​ສຸມ​ຄວາມ​ພະຍາຍາມ​ຈົນ​ສຸດ​
ຄວາມ​ສາມາດ​ເຂົ້າ​ໃນ​ການ​ສະໜັບສະໜູນ​ວຽກ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ ກູ​ເຕີ​ເລັສ ກ່າວ​ວ່າ: ຂອບໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້ການ​ສະ
ໜັບສະໜູນ​ຕໍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ໄລຍະ​ຍາວ​ນານ​ມາ​ນີ້. ໂດຍ​ຮັບ​ມື​ກັບ​ຄວາມ​ສ່ຽງ ​ແລະ​ ສິ່ງ​ທ້າ​ທາຍ​ທີ່​ໂລກ​ກຳລັງ​ປະ​ເຊີນ​ໜ້າ, ອົງ
ການ​ສະຫະ​ປະຊາ​ຊາດ​ຈະ​ສຸມ​ທຸກ​ກຳລັງ ​ເພື່ອ​ສັນຕິພາບ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ເພື່ອ​ການ​ພັດທະນາ,
ຄອງ​ຄອຍ ​ແລະ​ ເຊື່ອ​ໝັ້ນ​ວ່າ​ຈີນ​ ຈະ​ສືບຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເຫຼົ່າ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 01/10/2024