ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ອາ​ເມ​ຣິ​ກາ ປະກາດ​ແຜນ​ຄອງ​ນ້ຳມັນ​ໃນ ເວ​ເນ​ຊູ​ເອ​ລາ ມູນ​ຄ່າ​ກວ່າ 2,8 ຕື້​ໂດ​ລາ​ສະຫະລັດ

     ​ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ສ ອາ​ເມ​ຣິ​ກາ ເປີດເຜີຍ​ວ່າ: ເວ​ເນ​ຊູ​ເອ​ລາ ຈະ​ສົ່ງ​ມອບ​ນ້ຳມັນ​ໃຫ້​ແກ່ ສ ອາ​ເມ​ຣິ​ກາ ໃນ​ປະລິມານ
ລະຫວ່າງ 30-50 ລ້ານ​ຖັງ, ໂດຍ​ນ້ຳມັນ​ດັ່ງກ່າວ ຈະ​ຖືກ​ນຳ​ອອກ​ຈຳໜ່າຍ​ໃນ​ລາຄາ​ຕະຫລາດ ແລະ ລາຍ​ຮັບ​ທີ່​ເກີດ​ຂຶ້ນ​ຈະ​ຖືກ​ນຳໄປ​ໃຊ້​ເພື່ອ
​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ທັງ​ສອງ​ປະເທດ.

     ທ່ານ ໂດ​ນັນ ທຣຳ ລະບຸ​ຜ່ານ​ໂຊ​ຊຽວ​ມິ​ເດຍ​ວ່າ: ຝ່າຍ​ບໍລິຫານ​ຊົ່ວຄາວ​ໃນ ເວ​ເນ​ຊູ​ເອ​ລາ ຈະ​ມອບ​ນ້ຳມັນ​ຄຸນ​ນະ​ພາບ​ສູງ​ເຊິ່ງ​ ຢູ່​ພາຍ​ໃຕ້​
ມາດ​ຕະການ​ຂວ້ຳ​ບາດ​ໃນ​ແກ່ ສ ອາ​ເມ​ຣິ​ກາ, ພ້ອມ​ທັງ ເນັ້ນໜັກ​ວ່າ: ເງິນ​ຈາກ​ການຈຳໜ່າຍ​ນ້ຳມັນ​ຈະ​ຢູ່​ພາຍ​ໃຕ້​ການ​ກຳກັບ​ດູ​ແລ​ຂອງ ທ່ານ​
ໂດ​ນັນ ທຣຳ ໃນ​ຖານະປະທານາທິບໍດີ ສ ອາ​ເມ​ຣິ​ກາ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ນຳໄປ​ໃຊ້​ຕາມ​ເປົ້າ​ໝາຍດັ່ງກ່າວ. ເມື່ອ​ອ້າງ​ອີງ​ຈາກ​ລະດັບ​ການ​ຜະ
ລິດ​ກ່ອນ​ທີ່ ສ ອາ​ເມ​ຣິ​ກາ ຈະ​ໃຊ້​ມາດ​ຕະການ​ປິດ​ລ້ອມ, ປະລິມານ ນ້ຳມັນ​ດັ່ງກ່າວ​ທຽບ​ເທົ່າ​ກັບ​ການ​ຜະລິດ​ຂອງ ​ເວ​ເນ​ຊູ​ເອ​ລາ ປະມານ
30-50 ວັນ. ຂະນະ​ທີ່ ສ ອາ​ເມ​ຣິ​ກາ ມີ​ການ​ຜະລິດ​ນ້ຳມັນ​ປະມານ 13,8 ລ້ານ​ຖັງ​ຕໍ່​ວັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/01/2026