ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ​ ຈີນ-ຝຣັ່ງ ອອກ​ຖະແຫຼງການ​ຮ່ວມ ​ເສີມ​ສ້າງ​ການ​ຮ່ວມ​ມື​ລະດັບ​ໂລກ

     ​ວັນ​ທີ 9 ທັນວາ ​ວ່າ: ຈີນ ແລະ ຝຣັ່ງ ອອກ​ຖະແຫລງການ​ຮ່ວມ ກ່ຽວ​ກັບ​ການ​ເສີມ​ສ້າງການ​ກຳກັບ​ດູ​ແລ ລະດັບ​ໂລກ, ການ​ຕອບ​
ສະໜອງຮ່ວມ​ກັນ​ຕໍ່​ການ​ຮ່ວມ​ມື​ຢ່າງ​ຕໍ່​ເນື່ອງ ດ້ານ​ການ​ນຳ​ໃຊ້​ພະລັງ​ງາ​ນນີວ​ເຄລຍ ເພື່ອ​ສັນຕິ, ການ​ແລກປ່ຽນ ແລະ ຄວາມ​ຮ່ວມ​ມື​ດ້ານ​
ກະສິກຳ ແລະ ອາຫານ ລວມ​ທັງ​ສະຖານະ​ການ ໃນ​ອູ​ແກຼນ ແລະ ປາ​ແລັດ​​ສະ​ຕິນ. ຖະແຫຼງການໄດ້ປະກາດ ໃນລະຫວ່າງ​ການ​ຢ້ຽມຢາມ
ປະເທດຈີນ ຢ່າງ​ເປັນ​ທາງ​ການເທື່ອທີ 4 ຂອງ​ທ່ານ ເອັມ​ມາ​ນູ​ເອວ ມາ​ຄຣົງ ປະທານາ​ທິ​ບໍດີ​ຝຣັ່ງ ຮ່ວມກັບ​ທ່ານ ສີ ​ຈິ້ນ​ຜິງ ປະທານປະ
ເທດ​​ຈີນ, ເຊິ່ງທັງສອງຜູ້ນໍາ ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ຮ່ວມ​ມື​ກັນຢ່າງ​ເລິກເຊິ່ງ ຍິ່ງ​ຂຶ້ນ​ພາຍ​ໃນ​ລະດັບ​ໂລກ. ເຊິ່ງຄັ້ງນີ້ ທັງ​ສອງ​ຜູ້ນຳພົບ​ປະ
ກັນ​ທີ່ປະເທດ​ ຈີນ, ກ່ອນ ​ຝຣັ່ງ ຈະ​ເປັນ​ເຈົ້າພາບກອງ​ປະຊຸມ​ສຸດ​ຍອດ​ກຸ່ມ ຈີ 7 ໃນ​ປີໜ້າ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/12/2025