ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນໍາ ອາ​ເມ​ຣິ​ກາ ແລະ ອູ​ແກຼນ ສົນທະນາກັນທາງ​ໂທລະສັບ


ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສົນທະນາກັນທາງ​ໂທລະສັບ​ ​ກັບ​ ທ່ານ ເຊ​ເລັນ​ສະ​ກີ ປະທານາທິບໍດີ ອູ​ແກຼນ

     ວິທະຍຸ​ກະຈາຍສຽງ ຫວຽດນາມ ລາຍ​ງາຍ​ວັນ​ທີ 21 ມີນາ​ນີ້​ວ່າ: ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສົນທະນາ
ກັນທາງ​ໂທລະສັບ​ທີ່​ແກ່ຍາວ​ເປັນ​ເວລາ​ໜຶ່ງ​ຊົ່ວໂມງ​ກັບ​ ທ່ານ ເຊ​ເລັນ​ສະ​ກີ ປະທານາທິບໍດີ ອູ​ແກຼນ, ພາຍຫຼັງ​ການ​ໂອ້​ລົມທາງ​ໂທລະສັບ​ກັບ​ທ່ານ
ວະ​ລາ​ດີ​ເມຍ ປູ​ຕິນປະທານາທິບໍດີ ຣັດ​ເຊຍ.

     ຜູ້ນໍາ ສະຫະລັດ ອາ​ເມ​ຣິ​ກາ ໃຫ້​ຮູ້​ວ່າ: ການ​ໂອ້​ລົມ​ທາງ​ໂທລະສັບ​ແມ່ນ​ເພື່ອ​ແນໃສ່​ປັບປຸງ​ບັນດາ​ຄວາມ​ຮຽກຮ້ອງ ແລະ ຄວາມ​ຕ້ອງການ​
ຂອງ​ທັງ​ຣັດ​ເຊຍ ແລະ ອູ​ແກຼນ ໃຫ້​ເໝາະ​ສົມ​ກັນ ໃນ​ຂະນະ​ທີ່​ທ່ານກໍາລັງ​ຊອກ​ຫາ​ວິທີ​ການ​ຊຸກຍູ້​ຂໍ້ຕົກລົງຢຸດ​ຍິງ​ລະຫວ່າງ​ສອງ​ປະເທດ​ນີ້. ດ້ານ
ຜູ້ນໍາ ອູ​ແກຼນ ກໍ​ໄດ້​ສະແດງ​ຄວາມ​ຂອບ ໃຈ​ຕໍ່​ທ່ານ ທ່ານ ໂດ​ນັນ ທຣຳ ແລະ ການ​ໜູນ​ຊ່ວຍ​ຂອງ ສະຫະລັດ ອາ​ເມ​ຣິ​ກາ ເຊິ່ງ​ຖື​ເປັນການ​ໂອ້​ລົມ
​ທາງ​ໂທລະສັບ​ມີ​ລັກສະນະ​ແທ້​ຈິງ ແລະ ກົງ​ໄກ​ກົງ​ມາ, ພ້ອມ​ທັງ​ຢັ້ງຢືນ​ວ່າ, ອູ​ແກຼນ ​ພ້ອມ​ແລ້ວ​ທີ່​ຈະ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ບັນດາ​ຮາກ​
ຖານ​ພະລັງງານ​ຂອງ ຣັດ​ເຊຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 26/03/2025