ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ເຮືອ ຈີນ-ອີ​ຣານ-ຣັດ​ເຊຍ ຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ
"ສາຍພານ​ແຫ່ງ​ຄວາມ​ໝັ້ນຄົງ-2025"

     ໃນ​ລະຫ່າງວັນ​ທີ 10 ມີນາ ຫາ ກາງ​ເດືອນ​ມີນາ​ 2025 ນີ້, ກອງທັບ​ເຮືອ ຈີນ-ອີ​ຣານ-ຣັດ​ເຊຍ​ ຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ​ກັນ​ທີ່​ມີ​ຫົວຂໍ້ “
ສາຍພານ​ແຫ່ງ​ຄວາມ​ໝັ້ນຄົງ 2025 ”.

     ການ​ຊ້ອມ​ຮົບ​ຄັ້ງ​ນີ້, ​ມີ​ແຜນ​ຈັດ​ຕັ້ງ​ປະຕິບັດ​ຢູ່​ເຂດ​ໃກ້​ກັບ​ທ່າ​ກຳປັ່ນ​ຈາ​ບາ​ຮາ​ ຂອງ​ອີ​ຣານ ໂດຍ​ຈະ​ເນັ້ນ​ໃສ່​ເຝິກຊ້ອມ​ການ​ໂຈມ​ຕີ​ເປົ້າ​ໝາຍ​
ທາງ​ທະເລ, ກວດ​ຄົ້ນ​ແບບ​ຊົ່ວຄາວ, ໄລ່​ຈັບ, ຄວບ​ຄຸມ​ຄວາມ​ເສຍ​ຫາຍ ແລະ ຮ່ວມ​ກັນ​ກອບ​ກູ້​ເປັນຕົ້ນ. ຈຸດປະສົງ​ເພື່ອ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​
ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ ລວມ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງ​ກອງທັບ​ 3 ປະເທດ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ກັນ​ໃນ​ຄັ້ງ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 12/03/2025