ນັບແຕ່ຕົ້ນປີນີ້ ຕະຫຼາດເງິນຕາຕ່າງປະເທດຂອງຈີນ ມີຄວາມສະຖຽນຫຼາຍ
ຂ່າວສານຊິນຮວາຂອງຈີນ ລາຍງານໃຫ້ຮູ້ໃນວັນທີ 19 ກຸມພາ 2025 ນີ້ວ່າ: ຕົວເລກຂໍ້ ມູນຫຼ້າສຸດຂອງກົມຄຸ້ມຄອງເງິນຕາຕ່າງປະເທດ
ແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນເດືອນ ມັງກອນ ປີ 2025, ທະນາຄານ ໄດ້ຊື້ເຂົ້າເງິນຕາຕ່າງປະເທດ 181,5 ຕື້ໂດລາ, ຂາຍອອກເງິນຕາ
ຕ່າງປະເທດທີ່ມີມູນຄ່າ 226,8 ຕື້ໂດລາ.
ໃນເດືອນດຽວກັນ, ລາຍຮັບຂອງຫົວໜ່ວຍ ທີ່ບໍ່ແມ່ນທະນາຄານຈາກ ຫົວ ໜ່ວຍຕ່າງປະເທດ ໂດຍຜ່ານບັນຊີທະນາຄານຂອງຈີນ ມີ
ເຖິງ 608,4 ຕື້ໂດລາ, ລາຍຈ່າຍຕໍ່ຫົວ ໜ່ວຍຕ່າງປະເທດ ມີເຖິງ 635 ຕື້ໂດລາ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມຄຸ້ມຄອງເງິນຕາຕ່າງປະ
ເທດແຫ່ງຊາດຈີນ ກ່າວວ່າ:ແຕ່ຕົ້ນປີນີ້ມາ, ຕະຫຼາດເງິນຕາຕ່າງປະເທດຂອງຈີນ ໄດ້ຮັກສາຄວາມໝັ້ນທ່ຽງ ແລະ ເປັນລະບຽບດີ, ໃນອະນາ
ຄົດຈະມີພື້ນຖານ ແລະ ມີເງື່ອນໄຂທີ່ຈະສືບຕໍ່ເຄື່ອນໄຫວຢ່າງໝັ້ນທ່ຽງ.
ຈີນ ໄດ້ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງຕໍ່ເນື່ອງ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ແລະ ການປະດິດສ້າງໃໝ່
ດ້ານອຸດສາຫະກຳ ໄດ້ພັດທະນາແບບເຊື່ອມໂຍງເຂົ້າກັນ, ພາຍໃຕ້ການຊຸກຍູ້ ສົ່ງເສີມຈາກນະ ໂຍບາຍມະຫາພາກທີ່ຕັ້ງໜ້າກວ່າເກົ່າ, ທ່ວງ
ທ່າ ທີ່ເສດຖະ ກິດຈະຟື້ນຕົວດີຂຶ້ນນັ້ນຈະໄດ້ຮັບ ການປັບປຸງຕື່ມອີກ ເຊິ່ງຈະກາຍເປັນສິ່ງຄ້ຳປະກັນທີ່ເຂັ້ມແຂງຕໍ່ຕະຫຼາດເງິນຕາຕ່າງປະເທດ.
ນອກນີ້, ຕະຫຼາດເງິນຕາຕ່າງປະ ເທດຂອງຈີນ ມີເຄື່ອງມືປັບປຸງການເໜັງຕີງທີ່ກົງກັນຂ້າມກັບຮອບວຽນການເຄື່ອນໄຫວຂອງເສດຖະກິດ
ຢ່າງອຸດົມສົມບູນ, ມີຄວາມສາມາດທີ່ປ້ອງກັນຄວາມໝັ້ນທ່ຽງໂດຍພື້ນຖານຂອງອັດຕາແລກປ່ຽນເງິນຢວນ ໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ
ແລະ ດຸນດ່ຽງ, ຮັກສາການເຄື່ອນໄຫວຢ່າງໝັ້ນທ່ຽງຂອງຕະຫຼາດເງິນ ຕາຕ່າງປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 20/02/2025