
ທ່ານ ໂຕ ເລິມ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ສິງກະໂປ
ຕາມຂ່າວຫວຽດນາມອອນໄລ, ຕາມແຈ້ງການຂອງກະຊວງການຕ່າງປະເທດ, ໂດຍໄດ້ຮັບຄຳເຊີນຂອງທ່ານ Tharman
Shanmugaratnam ປະທານາທິບໍດີ ສ ສິງກະໂປ ແລະ ພັນລະຍາ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານ
ສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ
ຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດ ສິງກະໂປ ແຕ່ວັນທີ 29-31 ພຶດສະພາ 2026. ຕາມຄຳເຊີນທີສອງຂອງທ່ານ
Bastian Giegerich ຜູ້ອຳນວຍການໃຫຍ່ ທັງເປັນຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດ (IISS), ທ່ານ
ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສການສົນທະນາບັນຫາຄວາມໝັ້ນ
ຄົງ Shangri-la ໃນວັນທີ 29 ພຶດສະພາ ຕື່ມອີກ.
ແຫຼ່ງທີ່ມາ: ຂກທ
ວັນທີ 28/05/2026