ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິ​ສາ​ຫະ​ກິດ​ຍົກ​ສູງ​ການ​ຜະລິດ​ຢູ່​ພາຍ​ໃນ​ປະເທດ ແລະ ເຂົ້າ​ຮ່ວມ
​ລະບົບ​ມູນ​ຄ່າ​ທົ່ວ​ໂລກ

     ທີ່​ເວທີ​ປາ​ໄສ, ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ​ມີ​ໂອກາດ​ພົບ​ປະ​ກັບ​ບັນດາ​ກຸ່ມ​ບໍລິສັດ, ທະນາຄານ, ບໍລິສັດ​ຫຼັກ​ຊັບ, ກອງ​ທຶນ​ລົງທຶນ,
ອົງການ​ສົ່ງເສີມ​ການ​ຄ້າ ແລະ ຄູ່​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ. ເວທີ​ປາ​ໄສ​ເສດຖະກິດ​ນະ ຄອນຫຼວງ​ຄັ້ງ​ທີ 2 - Capital Economic Forum
(CEF II 2026) ດ້ວຍ​ຫົວຂໍ້ “ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ - ຊຸກຍູ້ M&A, ລົງທຶນ ແລະ ຮ່ວມ​ມື, ຍົກ​ສູງ​ການ​ຜະລິດ​ຢູ່​ພາຍ​
ໃນ​ປະເທດ ແລະ ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ທົ່ວ​ໂລກ” ໂດຍ​ສະມາຄົມ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ນະຄອນ ຮ່າ​ໂນ້ຍ (HANOISME)
ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 27 ສິງຫາ, ຢູ່ ຮ່າ​ໂນ້ຍ.

     ກ່າວ​ຄຳ​ເຫັນ​ທີ່​ພິທີ​​ເວທີ​ປາ​ໄສ, ທ່ານ​ສາດສະດາຈານ, ປະລິນຍາ​ເອກ ມາກ​ກວັກ​ແອັງ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ HANOISME,
ຊີ້​ແຈ້ງວ່າ ໂດຍ​ສືບ​ທອດ​ບັນດາ​ໝາກຜົນ​ຕັ້ງໜ້າ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ນະຄອນຫຼວງ​ຄັ້ງ​ທີ 1, ເວທີ​ປາ​ໄສ​ເສດຖະກິດ​ນະຄອນຫຼວງ​ຄັ້ງ​ທີ 2
ສຸມ​ໃສ່​ຊອກ​ຫາ​ມາດ​ຕະການ ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ຜ່ານ​ຜ່າ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຂອບ​ຂະໜາດ, ທຶນ, ເຕັກ​ໂນ​ໂລ​ຊີ,
ການ​ຄຸ້ມ​ຄອງ ແລະ ຕະຫຼາດ ເພື່ອ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້ງ. ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ​ ມີ​ໂອກາດ​ພົບ​ປະ​ກັບ​ບັນດາ​ກຸ່ມ​ບໍລິສັດ, ທະນາ
ຄານ, ບໍລິສັດ​ຫຼັກ​ຊັບ, ກອງ​ທຶນ​ລົງທຶນ, ອົງການ​ສົ່ງເສີມ​ການ​ຄ້າ ແລະ ຄູ່​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ ທ່ານ ບຸຍ​ແມ້ງ​ຕວ່ານ, ປະທານ​ສະພາ​ບໍລິຫານ
ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ Vietnox, ໃຫ້​ຮູ້​ວ່າ: “ພວກ​ຂ້າພະເຈົ້າ​ໄດ້​ຮ່ວມ​ເດີນທາງ​ພ້ອມ​ກັບ​ທະນາຄານ Agribank ສາຂາ
ລ໊າງ​ຮະ ເປັນ​ເວລາ​ກວ່າ 10 ປີ​ແລ້ວ ແລະ ທຸກ​ວຽກ​ງານ​ດຳເນີນ​ໄປ​ຢ່າງ​ສະດວກ.

     Agribank ສາຂາ ລ໊າງ​ຮະ ໄດ້​ຊ່ວຍ​ໃຫ້​ພວກ​ຂ້າພະເຈົ້າ​ມີ​ກົນ​ໄກ​ກູ້​ຢືມ ທຶນ​ໃຫ້​ແກ່​ການ​ນຳ​ເຂົ້າ ສົ່ງ​ອອກ​ອາດ​ສາມາດ​ຫຼຸດ​ລາຍ​ຈ່າຍ​ດອກ​ເບ້ຍ​
1-3%. ຍ້ອນ​ເຫດ​ນັ້ນ, ພວກ​ຂ້າພະເຈົ້າ​ກໍ່​ຫຼຸດຜ່ອນ ລາຍ​ຈາຍ​ດ້ານ​ການ​ເງິນ, ນັ້ນ​ແມ່ນ​ໄມ້​ງັດ​ດ້ານ​ການ​ເງິນ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ. ແຫຼ່ງ​ທຶນ​ນີ້​ຊ່ວຍ​
ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເປີດ​ກວ້າງ​ການ​ຜະລິດ, ຕະຫຼາດ ແລະ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ງົບປະມານ​ຂອງ​ລັດ ກໍ​ຄື​ຂອງ​ນະຄອນຫຼວງ ຮ່າ​ໂນ້ຍ”
ໃນ​ຂອບ​ເຂດ​ເວທີ​ປາ​ໄສ, ຄະນະ​ຈັດ​ຕັ້ງ​ກໍ່​ໄດ້​ຜັນ​ຂະຫຍາຍ​ໂຄງການ ເຊື່ອມ​ຕໍ່​ການ​ແລກປ່ຽນ​ການ​ຄ້າ​ວິ​ສາ​ຫະ​ກິດ​ລົງ​ເລິກ.

ແຫຼ່ງທີ່ມາ: ຂກທ
ວັນທີ 01/09/2026