ໄອອີເອ ຮຽກຮ້ອງໃຫ້ທົ່ວໂລກບັນລຸເປົ້າໝາຍການຜະລິດພະລັງງານໝູນວຽນ
ສຳນັກຂ່າວເອເອຟພີ ລາຍງານໃນວັນທີ 11 ຕຸລາ 2024 ນີ້ວ່າ, ອົງການພະລັງງານລະຫວ່າງປະເທດ (ໄອອີເອ) ໄດ້ລະບຸວ່າ:
ຫລາຍປະເທດທົ່ວໂລກ ຍັງຄົງບໍ່ສາມາດບັນລຸໄດ້ຂໍ້ຕົກລົງລະດັບໂລກ ໃນການເພີ່ມກຳລັງການຜະລິດພະລັງງານໝູນວຽນ 3 ເທົ່າ
ພາຍໃນປີ 2030.
ເປົ້າໝາຍດັ່ງກ່າວ ຈະບັນລຸໄດ້ຕາມຄາດໝາຍ ຖ້າລັດຖະບານຂອງແຕ່ລະປະເທດ ດຳເນີນການຕາມນະໂຍບາຍ. ໄອອີເອ ໄດ້
ເປີດເຜີຍການລາຍງານປະຈຳປີ ກ່ຽວກັບວຽກງານ ພະລັງງານໝູນວຽນວ່າ: ພະລັງງານແສງຕາເວັນ ເປັນແກນນຳຂອງການບັນລຸເປົ້າ
ໝາຍ ແລະ ພະລັງງານໝູນວຽນ ມີທ່າອຽງທີ່ຈະຕອບສະໜອງຄວາມຕ້ອງການໄຟຟ້າທົ່ວໂລກ ໄດ້ເກືອບເຄິ່ງໜຶ່ງພາຍໃນທ້າຍທົດ
ສະວັດນີ້.
ປັດຈຸບັນ, ມີເກືອບ 70 ປະເທດ ກວມເອົາ 80% ຂອງກຳລັງການຜະລິດພະລັງງານໝູນວຽນທົ່ວໂລກ ຈະບັນລຸ ຫລື ດຳເນີນ
ການເກີນເປົ້າໝາຍໃນປີ 2030.
ແຫຼ່ງທີ່ມາ: ຂກທ
ວັນທີ 16/10/2024