ອູແກຣນ ຈະດຳເນີນການເຈລະຈາຢຸດຍິງກັບຣັດເຊຍ ຖ້າບັນລຸໄດ້
ຄວາມຮັບຮູ້ທີ່ເປັນເອກະພາບກັນກັບອາເມຣິກາ ແລະ ເອີຣົບ
ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນ
ຂ່າວສານຊີເອັມຈີຂອງຈີນ ລາຍງານໃຫ້ຮູ້ໃນວັນທີ 15 ກຸມພາ 2025 ນີ້ວ່າ: ວັນທີ 14 ກຸມພາ ຜ່ານມາ, ທ່ານ ໂວໂລດີເມຍ ເຊເລນ
ສະກີ ປະທານາທິບໍດີອູແກຣນ ກ່າວໃນເວລາເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມູນິກ ວ່າ: ຖ້າຫາກ ອູແກຣນ ບັນລຸໄດ້ຄວາມຮັບຮູ້ທີ່ເປັນ
ເອກະພາບກັນກັບ ອາເມຣິກາ ແລະ ເອີຣົບ ກ່ຽວກັບບັນຫາທີ່ຈະສິ້ນສຸດການປະທະກັນລະຫວ່າງຣັດເຊຍ-ອູແກຣນ ແນວໃດ, ອູແກຣນ ກໍ
ຈະກຽມດຳເນີນການເຈລະຈາໂດຍກົງກັບຣັດເຊຍ.
ທ່ານ ໂວໂລດີເມຍ ເຊເລນສະກີ ກ່າວວ່າ: ອູແກຣນ ກຽມພ້ອມແລ້ວທີ່ຈະດຳເນີນການສົນທະນາທຸກຮູບແບບກັບ ອາເມຣິກາ ກໍຄືປະ
ເທດພັນທະມິດ; ຖ້າອາເມຣິກາ ແລະ ເອີຣົບ ໃຫ້ຄຳຕອບທີ່ລະອຽດຕາມຄວາມຮຽກຮ້ອງຕ້ອງການຂອງອູແກຣນ, ບົນພື້ນຖານທີ່ໄດ້ບັນລຸ
ຄວາມຮັບຮູ້ທີ່ເປັນເອກະພາບກັນ, “ ພວກເຮົາກໍຈະກຽມຈະດຳເນີນການສົນທະນາກັບຣັດເຊຍ ”.
ແຫຼ່ງທີ່ມາ: ຂກທ
ວັນທີ 19/02/2025