ການາດາ ຈະພົບປະເຈລະຈາ ບັນຫາພາສີ ກັບ ອາເມຣິກາ
ທ່ານ ມາກ ຄຣາເນ ( Mark Carney) ນາຍົກລັດຖະມົນຕີ ການາດາ
ວັນທີ 5 ພຶດສະພາ 2025 ທ່ານ ມາກ ຄຣາເນ ( Mark Carney) ນາຍົກລັດຖະມົນຕີ ການາດາ ຈະເດີນທາງໄປເຖິງນະຄອນຫຼວງ
ວໍຊິງຕັນ ຂອງ ສະຫະລັດ ອາເມຣິກາ ໃນວັນທີ 6 ພຶດສະພາ 2025 ນີ້ ເພື່ອພົບປະກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດອາເມ
ຣິກາ, ຈະເປັນການພົບປະໂດຍກົງ ຄັ້ງທຳອິດຂອງການນຳສອງປະເທດ ນັບແຕ່ເມື່ອ ທ່ານ ທ່ານ ມາກ ຄຣາເນ ໄດ້ດຳລົງຕຳແຫນ່ງໃນວັນທີ 14
ມີນາ 2025 ແລະ ພາຍຫລັງການເລືອກຕັ້ງສະຫະຣັດ ອາເມຣິກາ ໃນວັນທີ 28 ເມສາ 2025 ທີ່ຜ່ານມາ.
ການນຳຂອງ ສອງປະເທດ ຈະປຶກສາຫາລືກ່ຽວກັບຄວາມເຄັ່່ງຕຶງດ້ານການຄ້າ ລະຫວ່າງ ສະຫະຣັດອາເມຣິກາ ແລະ ການາດາ ກໍຄື ເປີດ
ຊ່ອງທາງໃຫ້ແກ່ການເຈລະຈາສົນທິສັນຍາດ້ານການຄ້າ ແລະ ຄວາມໝັ້ນຄົງໃຫມ່ ລະຫວ່າງສອງປະເທດ. ທ່ານ ມາກ ຄຣາເນ ໃຫ້ສຳພາດຕໍ່
ນັກຂ່າວ ການາດາ ວ່າ: ທ່ານ ບໍ່ຢາກເຈລະຈາຢ່າງເປີດເຜີຍກັບ ສະຫະລັດອາເມຣິກາ ແຕ່ຈະກ້າວເຂົ້າສູ່ການປຶກສາຫາລື ດ້ວຍການກະກຽມ
ຢ່າງລະອຽດ ບົນພື້ນຖານຮັບປະກັນຜົນປະໂຫຍດດີທີ່ສຸດໃຫ້ແກ່ການາດາ.
ແຫຼ່ງທີ່ມາ: ຂກທ
ວັນທີ 06/05/2025